• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ຈີນ

ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານຫຼີຊຽນ ນາຍົກລັດຖະມົນຕີຈີນຄົນໃໝ່ ເຊິ່ງໄດ້ຮັບດຳລົງຕຳແໜ່ງ ເມື່ອເດືອນມີນາທີ່ຜ່ານມາ.
ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ (ພາບ: TTXVN)

ຕອນບ່າຍວັນທີ 19 ມິຖຸນາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມງານລ້ຽງທັງເຮັດວຽກ ກັບ ຄູ່ຕຳແໜ່ງຈີນ ຫຼີຊຽງ ທີ່ພວມມີການຢ້ຽມຢາມ Berlin, ກ່ອນເວລາລັດຖະບານສອງປະເທດ ດຳເນີນການປຶກສາຫາລື ຄັ້ງທີ 7 ໜຶ່ງວັນ.       

ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຈີນໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmier. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານຫຼີຊຽນ ນາຍົກລັດຖະມົນຕີຈີນຄົນໃໝ່ ເຊິ່ງໄດ້ຮັບດຳລົງຕຳແໜ່ງ ເມື່ອເດືອນມີນາທີ່ຜ່ານມາ. ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຈະດຳເນີນໃນຕອນເຊົ້າວັນດຽວກັນ, ກ່ອນເວລາສອງຝ່າຍເຂົ້າຮ່ວມການປຶກສາຫາລືກ່ຽວກັບ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ການແບ່ງປັນ ແລະ ການຮ່ວມມືສອງຝ່າຍ.

ຄາດວ່າຫົວຂໍ້ຫຼັກໃນການປຶກສາຫາລືຄັ້ງທີ 7 ນີ້ຈະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການສ້າງໂຄງປະກອບເສດຖະກິດຄືນໃໝ່. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ອາດຈະເຕື້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ໃນນັ້ນ ຈີນພວມມານະພະຍາຍາມເປັນປະເທດກາງໄກເກ່ຍການປະທະກັນນີ້.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top