ຂ່າວສານ
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປະກາດການສ້າງສູນການເງິນສາກົນ ຢູ່ ຫວຽດນາມ
ສະພາບໍລິຫານສູນການເງິນສາກົນ ຢູ່ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ເປັນປະທານສະພາ, ບັນດາຮອງປະທານແມ່ນ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເລື່ອງນຳສູນການເງິນສາກົນ ເຂົ້າເຄື່ອນໄຫວແມ່ການເລີ່ມຕົ້ນຂອງວິວັດການປ່ຽນແປງໃໝ່ທັງຈຳນວນ, ຄຸນນະພາບ, ປະສິດທິຜົນຕໍ່ການພັດທະນາຕະຫຼາດການເງິນ, ດ້ວຍບັນດາຜົນກະທົບແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງ ຕໍ່ທຸກຂະແໜງການ, ຂົງເຂດ, ບັນດາເຈົ້າຂອງປະເທດຊາດ.
ເພື່ອໃຫ້ສູນການເງິນສາກົນມີການເຄື່ອນໄຫວຢ່າງມີປະສິດທິຜົນ, ແທ້ຈິງ ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ແລະ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ນະຄອນດ່ານັ້ງ ປ່ຽນແປງໃໝ່ຈິນຕະນາການໃນການຄຸ້ມຄອງ; ຫັນປ່ຽນຈາກການຄຸ້ມຄອງວຽກງານບໍລິຫານ ມາເປັນການ ອຳນວຍການຄວາມສະດວກ ແລະ ຮັບໃຊ້”, ທຸກຂໍ້ຕິດຂັດຂອງບັນດາການນັກລົງຢູ່ສູນຕ້ອງໄດ້ຮັບການແກ້ໄຂຕາມວິວັດການພິເສດ, “ປະຕູດຽວຢູ່ກັບທີ່”, ລາຍງານຕໍ່ນະຍົກລັດຖະມົນຕີໂດຍກົງ ຖ້າເກີນສິດອຳນາດ…






