• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຮັດ​ວຽກ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ໜູນຊ່ວຍສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຄອບຄົວເຂດພວກຖືກດິນເຊາະເຈື່ອນ, ຮັກສາຊີວິດອິນຊີຂອງ ປຊຊ...

ຕອນເຊົ້າວັນທີ 12 ສິງຫາ, ໂດຍສືບຕໍ່ລາຍການເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງ, ການນຳບັນດາແຂວງ ກ່າເມົາ, ກຽນຢາງ, ດົ່ງທາບ ໄດ້ໄປສຳຫຼວດຕົວຈິງສະພາບດິນເຊາະເຈື່ອນແຄມທະເລຢູ່ບັນດາທ້ອງຖິ່ນນີ້. ນະທີ່ນິ້, ທ່ານໄດ້ແບ່ງປັນກັບບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍທີ່ທ້ອງຖິ່ນ ແລະ ປຊຊ ເຂດຖືກດິນເຊາະເຈື່ອນໄດ້ປະສົບ ພ້ອມທັງສະເໜີໃຫ້ທ້ອງຖິ່ນຕ່າງໆ ຈົ່ງເປັນເຈົ້າການໃນການຍົກຍ້າຍ ປຊຊ ອອກຈາກເຂດທີ່ອັນຕະລາຍ, ໜູນຊ່ວຍເຂົ້າເຈົ້າສ້າງຊີວິດເປັນປົກກະຕິ.

  ກ່ອນໜ້ນັ້ນ, ໃນຕອນບ່າຍວັນທີ 11 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປສຳຫຼວດຕົວຈິງ ສະພາບດິນເຊາະເຈື່ອນແຄມທະເລຢູ່ແຂວງ ຊັອກຈັງ, ບາກລຽວ ແລະ ກ່າເມົາ, ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການສູນກາງ, ການນຳບັນດາແຂວງນີ້ ກ່ຽວກັບສະພາບແກ້ໄຂສະພາບດິນເຊາະເຈື່ອນຢູ່ 3 ແຂວງດັ່ງກ່າວ.

   ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາວ່າ, ສະພາບດິນເຊາະເຈື່ອນແຄມແມ່ນ້ຳ, ແຄມທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ຢູ່ 3 ແຂວງ ຊອກຈັງ, ບາກລຽວ ແລະ ກ່າເມົາ ເວົ້າສະເພາະແມ່ນໜັກໜ່ວງທີ່ສຸດ, ມີການຜັນແປຢ່າງແຮງ, ສັບສົນ, ກໍ່ຜົນສະທ້ອນເຖິງພື້ນຖານໂຄງລ່າງສາທາລະນະ, ເນື້ອທີ່ດິນ ແລະ ປ່າປ້ອງກັນ ກໍ່ຄືຊີວິດຂອງ ປຊຊ.

   ຕໍ່ໜ້າສະພາບການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ໜູນຊ່ວຍສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຄອບຄົວຢູ່ເຂດພວກຖືກດິນເຊາະເຈື່ອນ, ຮັກສາຊີວິດອິນຊີຂອງ ປຊຊ, ທ້ອງຖິ່ນຕ້ອງມີແຜນການຍາວໄກ ສຳລັບບັນດາໂຄງການໃຫ່ຍ, ມີລັກສະນະພື້ນຖານ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top