• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ພົບ​ປະ​ກັບ​ ປະ​ທານສະ​ພາ​ຕ່ຳ ​ລັດ​ເຊຍ ແລະ ປະ​ທານ​ສະ​ພາ​ສະ​ຫະ​ພັ​ນ​ລັດ​ເຊຍ

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາຕ່ຳລັດເຊຍ Vyacheslav Viktorovich Volodin (ພາບ: VGP/ກວາງເຮີຍວ)

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ, ຕອນເຊົ້າວັນທີ 23 ພຶດສະພາ ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍວັນທີ 23 ພຶດສະພາຕາມເວລາ ຫວຽດນາມ, ຢູ່ສຳນັກງານສະພາຕ່ຳລັດເຊຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ ປະທານສະພາຕ່ຳລັດເຊຍ Vyacheslav Viktorovich Volodin.

        ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາຕ່ຳລັດເຊຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳລັດເຊຍຕົກລົງສ້າງຕັ້ງຄະນະກຳມາທິການລະຫວ່າງລັດຖະສະພາ, ປະກອບສ່ວນເພີ່ມທະວີການສົມທົບແລະ ຕິດຕາມກວດກາເລື່ອງປະຕິບັດບັນດາຂໍ້ຕົກລົງແລະໂຄງການຮ່ວມມືລະຫວ່າງສອງປະເທດ.

        ທ່ານ ປະທານສະພາຕ່ຳລັດເຊຍ Vyacheslav Viktorovich Volodin ຢັ້ງຢືນວ່າ ສະພາຕ່ຳລັດເຊຍຈະຕັ້ງໜ້າໜູນຊ່ວຍສ້າງຂອບເຂດນິຕິກຳໃຫ້ໝາະສົມເພື່ອຍູ້ແຮງການເຄື່ອນໄຫວການລົງທຶນ, ການຮ່ວມມືດ້ານອຸດສາຫະກຳ, ກະສິກຳ, ພະລັງງານ, ນ້ຳມັນອາຍແກັດ ລະຫວ່າງສອງປະເທດ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາງສະພາສະຫະພັນລັດເຊຍ V. Mat-vi-en-co.

        ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງການຮ່ວມມືດ້ານລັດທະນະທຳມະນຸດລະຫວ່າງ ຫວຽດນາມ - ລັດເຊຍເຊິ່ງໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາ, ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນສອງປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບ ລະຫວ່າງສອງຊາດ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top