• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຈູດ​ທູບ​ໄຕ້​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ

ວັນທີ 7 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຈູດທູບໄຕ້ທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈູດທູບໄຕ້ທຽນອາໄລຫາປະທານ ໂຮ່ຈີມິນ
  (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງການປະຕິວັດເດືອນສິງຫາ, 75 ປີແຫ່ງວັນສະຖາປະນາປະເທດແຫ່ງ ສສ.ຫວຽດນາມ ແລະ ລະນຶກ 51 ປີແຫ່ງວັນເຖິງແກ່ມໍລະນະກຳຂອງປະທານໂຮ່ຈີມິນ, ວັນທີ 7 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຈູດທູບໄຕ້ທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

        ເມື່ອໂອ້ລົມກັບພະນັກງານ, ພາລະກອນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ວຽກງານອະນຸລັກຮັກສາບັນດາເຂດອະນຸສອນ, ເອກະສານ, ວັດຖຸພັນ ແລະ ສິ່ງແວດລ້ອມກໍຄືທັດສະນີຍະພາບຢູ່ອ້ອມເຂດອະນຸສອນໄວ້ໃຫ້ເໝືອນເດີມຄືກັບຕອນປະທານໂຮ່ຈີມິນ ດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້; ຍູ້ແຮງວຽກງານເກັບກຳ, ແນະນຳໂຄສະນາ ຮັບໃຊ້ວຽກງານໂຄສະນາເຜີຍແຜ່, ສຶກສາ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ຢາກຄົ້ນຄວ້າ, ຊອກຮູ້ ແລະ ຮຽນຮູ້ກ່ຽວກັບຊີວິດ, ພາລະກິດ, ແນວຄວາມຄິດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ./.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top