• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ເສີມ​ຂະ​ຫຍາຍ​ທີ່​ຕັ້ງ, ບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

      ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຕີລາຄາການປະຕິບັດ ລະບຽບການສົມທົບວຽກງານລະຫວ່າງ ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປີ 2019.
           
(ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖືກວ່າ: ເພື່ອປະຕິບັດວຽກງານສົມທົບລະຫວ່າງ ສອງອົງການໃຫ້ດີກ່ວາອີກໃນໄລຍະຈະມາເຖິງ, ໜຶ່ງໃນບັນດາບົດຮຽນສຳຄັນ ທີ່ຖອດຖອນມາໄດ້ນັ້ນ ແມ່ນເສີມຂະຫຍາຍປະສິດທິຜົນວຽກງານກໍ່ສ້າງແລະປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຄຽງຄູ່ກັນນັ້ນ, ລັດຖະບານຮັບເອົາຄຳເຫັນປະກອບໄຈແຍກຕີລາຄາ  ຂອງ ແນວໂຮມປະເທດຊາດ ຫວຽດນາມ, ແກ້ໄຂບັນຫາຮ້ອນເຮັ່ງຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
        ກ່ອນອື່ນໝົດ, ສືບຕໍ່ສົມທົບກັນເພື່ອຂົນຂວາຍຈັດຕັ້ງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການປ້ອງກັນ ແລະ ຄວບຄຸມເຊື້ອ CoVid – 19. ທີ 2 ແມ່ນສືບຕໍ່ຜັນຂະຫຍາຍຄຳສັ່ງຂອງກົມການເມືອງ, ຄະນະເລຂາເພື່ອປ່ຽນໃໝ່ເນື້ອໃນຮູບການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ປະກອບສ່ວນເສີມຂະຫຍາຍທີ່ຕັ້ງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ, ຂອງທັງລະບົບການເມືອງ
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top