ຂ່າວສານ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ 18/02/2020 ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຕີລາຄາການປະຕິບັດ ລະບຽບການສົມທົບວຽກງານລະຫວ່າງ ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປີ 2019. (ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ) ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖືກວ່າ: ເພື່ອປະຕິບັດວຽກງານສົມທົບລະຫວ່າງ ສອງອົງການໃຫ້ດີກ່ວາອີກໃນໄລຍະຈະມາເຖິງ, ໜຶ່ງໃນບັນດາບົດຮຽນສຳຄັນ ທີ່ຖອດຖອນມາໄດ້ນັ້ນ ແມ່ນເສີມຂະຫຍາຍປະສິດທິຜົນວຽກງານກໍ່ສ້າງແລະປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຄຽງຄູ່ກັນນັ້ນ, ລັດຖະບານຮັບເອົາຄຳເຫັນປະກອບໄຈແຍກຕີລາຄາ ຂອງ ແນວໂຮມປະເທດຊາດ ຫວຽດນາມ, ແກ້ໄຂບັນຫາຮ້ອນເຮັ່ງຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ກ່ອນອື່ນໝົດ, ສືບຕໍ່ສົມທົບກັນເພື່ອຂົນຂວາຍຈັດຕັ້ງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການປ້ອງກັນ ແລະ ຄວບຄຸມເຊື້ອ CoVid – 19. ທີ 2 ແມ່ນສືບຕໍ່ຜັນຂະຫຍາຍຄຳສັ່ງຂອງກົມການເມືອງ, ຄະນະເລຂາເພື່ອປ່ຽນໃໝ່ເນື້ອໃນຮູບການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ປະກອບສ່ວນເສີມຂະຫຍາຍທີ່ຕັ້ງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ, ຂອງທັງລະບົບການເມືອງ (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຕີລາຄາການປະຕິບັດ ລະບຽບການສົມທົບວຽກງານລະຫວ່າງ ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປີ 2019. (ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ) ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖືກວ່າ: ເພື່ອປະຕິບັດວຽກງານສົມທົບລະຫວ່າງ ສອງອົງການໃຫ້ດີກ່ວາອີກໃນໄລຍະຈະມາເຖິງ, ໜຶ່ງໃນບັນດາບົດຮຽນສຳຄັນ ທີ່ຖອດຖອນມາໄດ້ນັ້ນ ແມ່ນເສີມຂະຫຍາຍປະສິດທິຜົນວຽກງານກໍ່ສ້າງແລະປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຄຽງຄູ່ກັນນັ້ນ, ລັດຖະບານຮັບເອົາຄຳເຫັນປະກອບໄຈແຍກຕີລາຄາ ຂອງ ແນວໂຮມປະເທດຊາດ ຫວຽດນາມ, ແກ້ໄຂບັນຫາຮ້ອນເຮັ່ງຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ກ່ອນອື່ນໝົດ, ສືບຕໍ່ສົມທົບກັນເພື່ອຂົນຂວາຍຈັດຕັ້ງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການປ້ອງກັນ ແລະ ຄວບຄຸມເຊື້ອ CoVid – 19. ທີ 2 ແມ່ນສືບຕໍ່ຜັນຂະຫຍາຍຄຳສັ່ງຂອງກົມການເມືອງ, ຄະນະເລຂາເພື່ອປ່ຽນໃໝ່ເນື້ອໃນຮູບການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ປະກອບສ່ວນເສີມຂະຫຍາຍທີ່ຕັ້ງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ, ຂອງທັງລະບົບການເມືອງ (ແຫຼ່ງຄັດຈາກ VOV)