• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເຊັກ​ໂກ ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າ​ງ​ເປັນ​ທາງ​ການ

ການຢ້ຽມຢາມໄດ້ດຳເນີນໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ມີການພັດທະທາອັນດີງາມ.

 

ວັນທີ 20 ເມສາ, ທ່ານນາຍົ

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີເຊັກໂກ Petr Fiala ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: TTXVN

ກລັດຖະມົນຕີ ສ.ເຊັກໂກ Petr Fiala ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ນັບແຕ່ ວັນທີ 22 ເມສາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຄວາມຫວັງຢາກເພີ່ມທະວີການພົວພັນສອງຝ່າຍຂອງການນຳສອງປະເທດ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ອາຊີ ຄັ້ງທຳອິດຂອງທ່ານນາຍົກບັດຖະມົນຕີ ສ.ເຊັກໂກ Petr Fiala ນັບແຕ່ເວລາດຳລົງຕຳແໜ່ງເມື່ອທ້າຍປີ 2021 ແລະ ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳລັດຖະບານ ເຊັກໂກ ໃນໄລຍະເວລາ 15 ປີຜ່ານມາ. ການຢ້ຽມຢາມໄດ້ດຳເນີນໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ມີການພັດທະທາອັນດີງາມ. ຄາດວ່າໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຈະມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ, ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ສ.ເຊັກໂກ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top