• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສຳ​ຫຼວດ​ເຂດ​ຄົ້ນ​ຄວ້າ​ລ້ຳ​ທະ​ເລ ແລະ ໂຄງ​ການ​ທ່າ​ກ່ຳ​ປັ່ນ ລຽນ​ຈ​ຽວ ຢູ່ ດ່າ​ໜັງ

ຕອນເຊົ້າວັນທີ 1 ກັນຍາ, ໃນລາຍການເຄື່ອນໄຫວຢູ່ນະຄອນ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄປສຳຫຼວດກິດຈະກຳ, ໂຄງການຈຸດສຸມຢູ່ ດ່າໜັງ ຈຳນວນໜຶ່ງ, ໃນນັ້ນ ມີເຂດຄົ້ນຄວ້າລ້ຳທະເລ, ເຊິ່ງຄາດວ່າຈະກໍ່ສ້າງເຂດການຄ້າເສລີ ແລະ ໂຄງການທ່າກ່ຳປັ່ນ ລຽນຈຽວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງສຳຫຼວດເຂດທີ່ຄາດຄະເນລ້ຳທະເລ

ເມື່ອລົງສຳຫຼວດເຂດທີ່ຄາດຄະເນລ້ຳທະເລນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕົກລົງເຫັນດີກັບແຜນນະໂຍບາຍຕ້ອງລ້ຳທະເລ ເພື່ອສ້າງເນື້ອທີ່ດິນໃໝ່, ຂະຫຍາຍເຂດພັດທະນາ, ແຕ່ຕ້ອງຄົ້ນຄວ້າ, ຄິດໄລ່ຢ່າງຄັກແນບັນດາບັນຫາທີ່ກ່ຽວຂ້ອງເຖິງວັດສະດຸທັບຖົ່ມ; ເນື້ອທີ່ດິນ ພາຍຫຼັງລ້ຳທະເລ ຕ້ອງປະຕິບັດຖືກຕ້ອງຕາມມາດຕະຖານຂອງເຂດການຄ້າເສລີ, ບັນດາທີ່ຕັ້ງທີ່ສວຍງາມທີ່ສຸດໃຫ້ແກ່ການຜະລິດດຳເນີນທຸລະກິດ.

   ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ລົງກວດກາສະພາບການກໍ່ສ້າງພື້ນຖານໂຄງລ່າງລວມເຂດ ລຽນຈຽວ ແລະ ເສັ້ນທາງແຄມທະເລເຊື່ອມຕໍ່ທ່າກ່ຳປັ່ນ ລຽນຈຽວ. ທ່າກ່ຳປັ່ນ ລຽນຈຽວ ແມ່ນໜຶ່ງໃນທ່າກ່ຳປັ່ນທະເລນ້ຳເລິກ 3 ແຫ່ງຂອງ ຫວຽດນາມ, ໄດ້ຮັບການວາງແຜນຜັງວ່າ ທ່າກ່ຳປັ່ນພິເສດດ້ວຍຂອບຂະໜາດຕ້ອນຮັບກ່ຳປັ່ນ, ສິນຄ້າທີ່ມີນ້ຳໜັກເຖິງ 100.000 ໂຕນ, ກ່ຳປັ່ນ ຄອນເທັນເນີ ແຕ່ 6.000 ຫາ 8.000 TEU.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top