• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ລົງ​ທຶນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ

ຕອນເຊົ້າວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະຫຼຸບກ່ຽວກັບການປະຕິບັດມະຕິຂອງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກ ຊຸດທີ XI ບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງລົບລ້າງຄວາມທຸກຍາກ, ຄວາມອຶດຫິວ ໃຫ້ແກ່ທຸກຄົນຢູ່ທຸກແຫ່ງໃນທຸກເວລາຢ່າງສິ້ນເຊິງ, ສຸມໃສ່ແກ້ໄຂກຸ່ມຄົນປະສົບກັບຄວາມທຸກຍາກທີ່ສຸດ, ເຂດປະສົບກັບຄວາມທຸກຍາກກ່ວາໝູ່. ພິເສດ, ໃນໄລຍະປະສົມກັບຄວາມຫຍຸ້ງຍາກຈາກ Covid – 19 ຄືໃນປັດຈຸບັນ, ຕ້ອງຄິດເຖິງບ້ວງເງິນໜູນຊ່ວຍແຫ່ງຊາດກ່ຽວກັບການຮັບປະກັນຊີວິດສັງຄົມ, ພິເສດສຳລັບຜູ້ອອກແຮງງານ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການແກ້ໄຂບັນດາບັນຫາສັງຄົມ, ທ່ານນາຍົກລັດຖະມົນຕີຍົກໃຫ້ເຫັນທັດສະນະຢ່າງຈະແຈ້ງວ່າ ມະນຸດເປັນໃຈກາງຂອງວິວັດການພັດທະນາ, ຮັບປະກັນນະໂຍບາຍສັງຄົມຕ້ອງໄດ້ຮັບການສ້າງ ແລະ ຜັນຂະຫຍາຍປະຕິບັດຢ່າງກົມກຽວກັບການພັດທະນາເສດຖະກິດ. ການລົງທຶນປະຕິບັດນະໂຍບາຍສັງຄົມແມ່ນການລົງທຶນໃຫ້ແກ່ການພັດທະນາ.

ນະໂຍບາຍສັງຄົມຕ້ອງໄດ້ຮັບປະກັນການພັດທະນາແບບກວມລວມ, ຮອບດ້ານ, ພິເສດຕ້ອງຍົກສູງຄຸນນະພາບການພັດທະນາມະນຸດ, ສ້າງວຽກເຮັດງານທຳໃຫ້ທຸກຄົນ ແລະ ວຽກດີໃຫ້ແກ່ທຸກຄົນ. ໃນການປະຕິວັດ 4.0 ແລະ ສະພາບການໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງຕັ້ງຂຶ້ນບັນຫາການບຳລຸງສ້າງ, ນຳໃຊ້ແຫຼ່ງຊັບພະຍາກອນມະນຸດທີ່ມີທັກສະ, ຄຸນນະພາບສູງຢ່າງມີປະສິດທິຜົນ, ພັດທະນາຕະຫຼາດແຮງງານຢ່າງປອດໃສ, ຄົບຊຸດ, ທັນສະໄໝ ແລະ ເຊື່ອມໂຍງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top