ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານຈັດຕັ້ງການເລືອກຕັ້ງ

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ, ກະຊວງສາທາລະນະສຸກສ້າງບັນດາມາດຖານ, ເງື່ອນໄຂສຳລັບບັນດາທ້ອງຖິ່ນຄືແນວໃດແມ່ນມີໂລກລະບາດແລະບັນດາມາດຕະການຢ່າງລະອຽດຕິດຄັດໄປນຳ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງເປັນເຈົ້າການໃນການສ້າງແຜນເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ເກີດໂລກລະບາດໂຄວິດ - 19 ນີ້.
ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ບັນດາອົງການສື່ມວນຊົນສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທຸກພາຫະນະ, ດ້ວຍຫຼາຍຮູບການທີ່ເປັນຫຼາຍຮູບແບບ, ອຸດົມສົມບູນ, ແທດຈິງ ແລະ ມີປະສິດທິຜົນ. ຄະນະກຳມະການປະຊາຊົນ ທຸກຂັ້ນ ປະສານສົມທົບກັນຊີ້ນຳຢ່າງແໜ້ນແຟ້ນ ກັບບັນດາອົງການຮັບຜິດຊອບການເລືອກຕັ້ງຢູ່ທ້ອງຖິ່ນ, ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)