• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ນະ​ຄອນ ດ່າ​ໜັງ

ຕອນບ່າຍວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳນະຄອນ ດ່າໜັງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນນະຄອນ ໃນໄລຍະ 8 ເດືອນ ຂອງປີ 2024.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳນະຄອນ ດ່າໜັງ

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ດ່າໜັງ ໄດ້ແກ້ໄຂບັນດາຈຸດອຸດຕັນຂອງພື້ນຖານເສດຖະກິດໄດ້ເປັນຢ່າງດີ; ນະຄອນພວມນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງສູນເຕີບໂຕ, ສົ້ນເຕີບໂຕຂອງພາກກາງ, ເຕິຍງວຽນ ແລະ ທົ່ວປະເທດ.

ເຖິງຢ່າງໃດກໍຕາມ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ດ່າໜັງ ຕ້ອງພັດທະນາຢ່າງຮອບດ້ານ ແລະ ສະໝ່ຳສະເໝີກວ່າອີກ; ພັດທະນາຢ່າງໄວວາ ແຕ່ຕ້ອງຍືນຍົງ, ມີຄວາມກົມກຽວລະຫວ່າງການພັດທະນາດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ມະນຸດ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ດ່າໜັງ ສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບ “3 ສູນ”, ລວມມີ: ສູນຕົວເມືອງອັດສະລິຍະ; ໝູນໃຊ້, ຄົ້ນຄວ້າວິທະຍາສາດເຕັກໂນໂລຢີ, ສະຕາດອັບ, ນະວັດຕະກຳຂອງທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ສູນການບໍລິການ, ການທ່ອງທ່ຽວຕິດພັນກັບການຈັດຕັ້ງເຫດການສາກົນ, ບັນລຸມາດຖານພາກພື້ນ ອາຊີ; ສູນເສດຖະກິດທະເລ, logistics, ເຂດການຄ້າເສລີ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມໂຮງຮຽນ ປະຖົມ, ມັດທະຍົມຕອນຕົ້ນ Hope School ຢູ່ນະຄອນ ດ່າໜັງ. ນີ້ແມ່ນໂຮງຮຽນກິນນອນ ໂດຍກຸ່ມບໍລິສັດ FPT ລົງທຶນ, ກໍ່ສ້າງໃຫ້ນ້ອງນ້ອຍນັກຮຽນຜູ້ທີ່ໂຊກບໍ່ດີ, ພໍ່ແມ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19. ນະທີ່ນີ້, ທ່ານຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍເບິ່ງແຍງພາລະກິດກໍ່ສ້າງມະນຸດ, ໂດຍສະເພາະແມ່ນສຳລັບຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ. 

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

Top