• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນິງ​ບິ່ງ

ວັນທີ 18 ພະຈິກ, ທີ່ການເຮັດວຽກກັບການນຳແຂວງນິງບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮັບຮູ້ບັນດາໝາກຜົນເຊິ່ງແຂວງນິງບິ່ງບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າເຈົ້າໃນໝາກຜົນລວມຂອງປະເທດ.

ວັນທີ 18 ພະຈິກ, ທີ່ການເຮັດວຽກກັບການນຳແຂວງນິງບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮັບຮູ້ບັນດາໝາກຜົນເຊິ່ງແຂວງນິງບິ່ງບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າເຈົ້າໃນໝາກຜົນລວມຂອງປະເທດ.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ນິງບິ່ງ (ພາບ: VGP)  

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທາງແຂວງ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຫວັດສາດການປະຕິວັດ, ວັດທະນະທຳຢ່າງແຮງ, ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງຂ້ຽວຂາດ. ພ້ອມກັນນັ້ນ, ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະ ກອບເສດຖະກິດຄືນໃໝ່ຢ່າງແຮງ ໂດຍອີງໃສ່ການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ສຸມທຸກແຫຼ່ງກຳລັງພັດທະນາໂຄງປະກອບ ພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ພິເສດແມ່ນພື້ນຖານໂຄງລ່າງ ຄົມມະນາຄົມ ຢ່າງຄົບຊຸດ, ທັນສະໄໝ, ເຊື່ອມຕໍ່ພາຍໃນເຂດ ແລະ ລະຫວາ່ງເຂດ, ປະຕິບັດບັນດາມາດຕະການແກ້ໄຂກ່ຽວກັບການ ປະຕິຮູບການບໍລິຫານ, ປັບປຸງສະພາບ ແວດລ້ອມ ແຫ່ງການລົງທຶນ ດຳເນີນທຸລະກິດຢ່າງຄົບຊຸດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top