• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ໃຫຍ່​ຂອງ ຊູ​ແອັດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກ ກັບການນຳບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ຊູແອັດ ເພື່ອແລກປ່ຽນກ່ຽວກັບການຮ່ວມມືລົງທຶນໃນຫຼາຍຂົງເຂດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ຊູແອັດ

ໃນລາຍການຢ້ຽມຢາມ ລາຊະອານາຈັກ ຊູແອັດຢ່າງເປັນທາງການ, ຕອນເຊົ້າວັນທີ 12 ມິຖຸນາ ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກ ກັບການນຳບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ຊູແອັດ ເພື່ອແລກປ່ຽນກ່ຽວກັບການຮ່ວມມືລົງທຶນໃນຫຼາຍຂົງເຂດ.

ທີ່ການເຮັດວຽກ, ທ່ານ Marcus Wallenberg ປະທານສະພາບໍລິຫານກຸ່ມບໍລິສັດ SEB ພ້ອມທັງແມ່ນຜູ້ນຳໜ້າກຸ່ມບໍລິສັດ Wallenberg ແລະ ການນຳວິສາຫະກິດຈຳນວນໜຶ່ງຂຶ້ນກັບລະບົບຂອງກຸ່ມບໍລິສັດຄື: Astra Zeneca, Ericsson... ໄດ້ແລກປ່ຽນ, ຊອກຫາໂອກາດ ແລະ ແຜນການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດພະລັງງານ, ການເງິນ, ວິທະຍາສາດ, ເຕັກໂນໂລຢີ, ໂທລະຄົມມະນາຄົມ…

ກ່ຽວກັບກາລະໂອກາດຂອງວິສາຫະກິດ ຊູແອັດ ທີ່ເຂົ້າຮ່ວມການຜະລິດໄຟຟ້າສະອາດ ແລະ ພັດທະນາຕາໜ່າງສົ່ງໄຟຟ້າຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດໃຊ້ການວາງແຜນຜັງໄຟຟ້າ VIII, ກົດໝາຍວ່າດ້ວຍໄຟຟ້າ ແລະ ລະດົມ, ສ້າງເງື່ອນໄຂໃຫ້ແກ່ເສດຖະກິດເອກະຊົນພັດທະນາ. ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມຕາໜ່າງໄຟຟ້າ ອາຊຽນ, ໃນສະເພາະໜ້າຈະສະໜອງໄຟຟ້າສະອາດຈາກຫວຽດນາມໄປຍັງ ມາເລເຊຍ, ສິງກະໂປ… ດັ່ງນັ້ນ, ບັນດາວິສາຫະກິດ ຊູແອັດ ມີໂອກາດໃຫຍ່ມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດນີ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມມະຫາວິທະຍາໄລ Uppsala, ໃຫ້ກຳລັງໃຈ ຊົມເຊີຍຄວາມຄາດຫວັງຂອງຊາວຫວຽດນາມ ທີ່ຍາດໄດ້ລາງວັນ Nobel

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມມະຫາວິທະຍາໄລ Uppsala, ໃຫ້ກຳລັງໃຈ ຊົມເຊີຍຄວາມຄາດຫວັງຂອງຊາວຫວຽດນາມ ທີ່ຍາດໄດ້ລາງວັນ Nobel

ຕອນບ່າຍວັນທີ 13 ມິຖຸນາ ໃນການຢ້ຽມຢາມ ຊູແອດ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ ມະຫາວິທະຍາໄລ Uppsala ຢູ່ ນະຄອນ Uppsala ຊື່ງແມ່ນໂຮງຮຽນທີ່ມີຊື່ສຽງ ບໍ່ພຽງແຕ່ຢູ່ ຊູແອດເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ.

Top