ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ອາຣັບບີ ຊະອຸດິ
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມ ອາຣັບບີ ຊະອຸດິ, ຕອນເຊົ້າວັນທີ 19 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Riyadh ຂອງ ອາຣັບບີ ຊະອຸດິ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອາຣັບບີ ຊະອຸດິ ໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ຫວຽດນາມ ປະຈຳ ອາຣັບບີ ຊະອຸດິ, ສະຫະພັນບັນດາຫ້ອງການການຄ້າ ອາຣັບບີ ຊະອຸດິ (FSC) ຈັດຂຶ້ນ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ແຈ້ງໃຫ້ຊາບສະພາບການຂອງ ຫວຽດນາມ ພາຍຫຼັງເກືອບ 40 ປີ ປະຕິບັດນະໂຍບາຍປ່ຽນແປງໃໝ່, ໂດຍໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນ ອາຊຽນ ແລະ ແມ່ນ 1 ໃນຈຳນວນ 20 ພື້ນຖານເສດຖະກິດ ທີ່ມີຂອບຂະໜາດການຄ້າໃຫຍ່ທີ່ສຸດໃນໂລກ; ແມ່ນປະເທດສົ່ງອອກເຂົ້າສານ ແລະ ມີຫຼາຍຜະລິດຕະພັນກະເສດແຖວໜ້າໂລກ; ເຂົ້າຮ່ວມສັນຍາການຄ້າເສລີ 16 ສະບັບ (FTA) ກັບບັນດາປະເທດ, ພື້ນຖານເສດຖະກິດໃຫຍ່ທັງໝົດໃນໂລກ. ຫວຽດນາມ ສືບຕໍ່ໄດ້ຮັບການຕີລາຄາສູງ ແລະ ຕັ້ງໜ້າຈາກປະຊາຄົມສາກົນ ແລະ ນັກລົງທຶນ ກ່ຽວກັບແງ່ຫວັງການເຕີບໂຕ ແລະ ສະພາບແວດລ້ອມລົງທຶນດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ວິສາຫະກິດສອງປະເທດ ບໍ່ພຽງແຕ່ເຂົ້າຮ່ວມຕະຫຼາດຂອງກັນເທົ່ານັ້ນ ຫາກຍັງຂະຫຍາຍອອກທົ່ວພາກພື້ນ ອາຊຽນ ແລະ GCC ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນຫນັກວ່າ:
“ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ ຊາອຸດິ ອາຣັບບີ ຕາມລັດຖະທຳມະນູນ ແລະ ກົດໝາຍ ໃນບໍ່ວ່າກໍລະນີໃດຊື່ງພວກເພື່ອນລົງທຶນ. ທີສອງ ຈະຮ່ວມເດີນທາງພ້ອມກັບບັນດານັກລົງທຶນເພື່ອພັດທະນາ, ເພີ່ມທະວີຜົນປະໂຫຍດຂອງພວກເພື່ອນຢູ່ຕະຫລາດ ຫວຽດນາມ ແລະ ທີສາມ ພວກຂ້າພະເຈົ້າຈະຮ່ວມເດີນທາງພ້ອມກັບພວກເພື່ອນເມື່ອປະສົບກັບຄວາມຫຍຸ້ງຍາກ, ຜົນປະໂຫຍດກົມກຽວ ແລະ ແບ່ງປັນຄວາມສ່ຽງນຳກັນ. ພວກຂ້າພະເຈົ້າ ຍາມໃດກໍ່ຍິນດີຕ້ອນຮັບບັນດານັກລົງທຶນເຂົ້າມາຫວຽດນາມ”
ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳບັນດາກະຊວງ, ຂະແໜງການສອງປະເທດ, ບັນດາວິສາຫະກິດ ຫວຽດນາມ - ອາຣັບບີ ຊະອຸດິ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຫຼາຍສະບັບ.