• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 12 ໂຄງ​ການ​ທາງ​ດ່ວນ​ເໜືອ​ - ໃຕ້

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງ 12 ໂຄງການຍ່ອຍຂຶ້ນກັບໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະທີ 2) ແລະ ປຸກລະດົມເດືອນແຂ່ງຂັນປ່ອຍເງິນລົງທຶນສາທາລະນະ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ  

ຕອນເຊົ້າວັນທີ 1 ມັງກອນ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງ 12 ໂຄງການຍ່ອຍຂຶ້ນກັບໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະທີ 2) ແລະ ປຸກລະດົມເດືອນແຂ່ງຂັນປ່ອຍເງິນລົງທຶນສາທາລະນະ. ພິທີດັ່ງກ່າວໂດຍກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ສົມທົບກັບຄະນະກຳມະການ 9 ແຂວງຈັດຂຶ້ນ ຕາມຮູບການເຊິ່ງໜ້າສົມທົບກັບ ທາງໄກ.

ໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະທີ 2 ມີຄວາມຍາວ 729 ກິໂລແມັດ, ໄປຜ່ານ 12 ແຂວງ, ນະຄອນ ດ້ວຍເງິນລົງທຶນທັງໝົດເກືອບ 147.000 ຕື້ດົ່ງ. ໂຄງການດັ່ງກ່າວມີໂຄງການຍ່ອຍ 12 ໂຄງການເຄື່ອນໄຫວເປັນເອກະລາດ, ກໍ່ສ້າງສຳເລັດໂດຍພື້ນຖານໃນປີ 2025 ແລະ ນຳເຂົ້າໃຊ້ງານນັບແຕ່ປີ 2026 ເປັນຕົ້ນໄປ.         

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top