• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອວຍ​ພອນ​ບຸ​ນ​ເຕັດ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ

ເນື່ອງໃນໂອກາດບຸນເຕັດປີມະເສັງ 2025, ຕອນເຊົ້າວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບໜ້າທີ່ໃຫ້ແກ່ພະນັກງານ, ນັກຮົບກຳລັງຕຳຫຼວດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນບຸນເຕັດກຳລັງຕຳຫຼວດປະຊາຊົນ (ພາບ: Dương Giang/TTXVN))

ຢູ່ກົມສືບສວນສອບສວນ - ປ້ອງກັນຄວາມສະຫງົບ, ກະຊວງຕຳຫຼວດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຜົນສຳເລັດລວມໂດຍປະເທດຊາດບັນລຸໄດ້ໃນໄລຍະຜ່ານມາ ມີການປະກອບສ່ວນສຳຄັນຂອງກຳລັງປະກອບອາວຸດ, ກຳລັງຕຳຫຼວດປະຊາຊົນ, ກຳລັງສືບສວນສອບສວນປ້ອງກັນຄວາມສະຫງົບ ທົ່ວປະເທດ ເວົ້າລວມ ແລະ ກົມສືບສວນສອບສວນ - ປ້ອງກັນຄວາມສະຫງົບ ເວົ້າສະເພາະ. ທ່ານເນັ້ນໜັກວ່າ ປີນີ້ແມ່ນປີມີຄວາມສຳຄັນທີ່ສຸດ, ມີຫຼາຍເຫດການສຳຄັນຍິ່ງຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກົມ ຕ້ອງກຳແໜ້ນສະພາບການ ແລະ ມີການກະທຳໂດຍໄວ, ທັນການ, ມີປະສິດທິຜົນຕໍ່ໜ້າທຸກຄວາມສ່ຽງ, ຍາມໃດກໍ່ກຽມພ້ອມການປ້ອງກັນຕ້ານໂດຍໄວ, ເປັນເຈົ້າການໃນການຮ່ວມສຳພັນກັບສາກົນເພື່ອສະກັດກັ້ນບັນດາການຜັນແປທີ່ສັບສົນຈາກສະພາບການໂລກ.

ແລະກໍ່ໃນຕອນເຊົ້າວັນທີ 27 ມັງກອນ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດກົມປ້ອງກັນດ້ານການເມືອງ ແລະ ກົມຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

(ແຫຼ່ງຄັດຈາກ VOV)

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ.

Top