• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສຳຫຼວດກວດ​ກາ​ເຂດ​ເສດ​ຖະ​ກິດ ດິງ​ອານ​ແຂວງ ຈ່າ​ວິງ

ຕອນເຊົ້າວັນທີ 15 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງສຳຫຼວດກວດກາເຂດເສດຖະກິດ ດິງອານ, ຢູ່ຕາແສງ ເຢິນແທັງ, ເມືອງ ຕຽວເກິ່ນ, ເທດສະບານ ຢວຽນຫາຍ, ແຂວງຈ່າວິງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດກວດກາເຂດເສດຖະກິດ ດິງອານແຂວງ ຈ່າວິງ

ທີ່ທ່າກຳປັນສັງລວມຢູ່ເຂດເສດຖະກິດ ດິງອານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຟັງການແນະນຳກ່ຽວກັບການກຳນົດທິດພັດທະນາເຂດເສດຖະກິດ. ເຂດເສດຖະກິດ ດິງອານ ໄດ້ກຳນົດທິດການພັດທະນາເຂດເຂດເສດຖະກິດທີ່ເປັນກຳລັງໜູນຂອງແຂວງ ຈ່າວິງ, ໃຫ້ບຸລິມະສິດໃຫ້ແກ່ບັນດາຂະແໜງ.

ປະກອບຄຳເຫັນກ່ຽວກັບສະຖານທີ່ພັດທະນາ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງເຮັດໃຫ້ແຈ້ງລັກສະນະປະສິດທິຜົນຂອງໂຄງການ, ໃນນັ້ນ ແກ້ໄຂບັນຫາກ່ຽວກັບແຫຼ່ງສິນຄ້າຜ່ານທ່າກຳປັ່ນ, ບັນຫາການເຊື່ອມຕໍ່ຄົມມະນາຄົມລະຫວ່າງທ່າກຳປັ່ນ ກັບບັນດາທ້ອງຖິ່ນໃນເຂດໃຫ້ດີທີ່ສຸດ, ຄິດໄລ່ເຖິງການເຊື່ອມຕໍ່ທ່າກຳປັ່ນໃນເຂດເສດຖະກິດ ດິງອານ ກັບເສັ້ນທາງແຄມທະເລ, ຄົ້ນຄ້ວາລົງທຶນກໍ່ສ້າງຂົວເຊື່ອມຕໍ່ກັບທ່າກຳປັ່ນ…ທ່ານນາຍົກລັດຖະມົນຕີ ຖືວ່າ ການລົງທຶນນີ້, ອາດຈະສົມທົບກັນນັບທັງແຫຼ່ງເງິນລົງທຶນສູນກາງ ແລະ ງົບປະມານທ້ອງຖິ່ນ.

ແລະກໍ່ໃນຂອບເຂດການໄປປະຕິບັດງານຢູ່ແຂວງ ຈ່າວິງ, ໃນໂອກາດວັນບຸນ Sen Dolta ປີ 2023 ຂອງພໍ່ແມ່ປະຊາຊົນເຜົ່າຂະແມ ທາງພາກໃຕ້, ທ່ານນາຍົກລັດຖະມົນຕີ ໄດ້ລົງຢື້ຢາມຖາມຂ່າວ, ອວຍພອນສະມາຄົມສາມັກຄີຄູບາ ຮັກຊາດ ແຂວງ ຈ່າວິງ ຢູ່ວັດ ອົງແມັດ, ເມືອງ 1 ນະຄອນຈ່າວິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໃນບັນດາຜົນສຳເລັດດ້ານເສດຖະກິດຂອງປະເທດຊາດໃນປີຜ່ານມາໄດ້ມີການປະກອບສ່ວນຂອງປະຊາຄົມວິສາຫະກິດ.

Top