• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ປີ​ໃໝ່​ຢູ່​ແຂວງ ແທັງ​ຮວາ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳກະຊວງ, ຂະແໜງການຂັ້ນສູນກາງ, ແຂວງ ແທັງຮວາ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ, ອວຍພອນປີໃໝ່ການນຳ ແລະ ປະຊາຊົນແຂວງ ແທັງຮວາ (ພາບ: TTXVN)

ຕອນເຊົ້າວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳກະຊວງ, ຂະແໜງການຂັ້ນສູນກາງ, ແຂວງ ແທັງຮວາ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ  ປີ 2024, ແຂວງ ແທັງຮວາ ບັນລຸໄດ້ຫຼາຍຜົນງານຮອບດ້ານໃນທຸກດ້ານ, ເຊັ່ນ: ການເຕີບໂຕເສດຖະກິດບັນລຸ 2 ຕົວເລກ, ການເກັບງົບປະມານບັນລຸລະດັບປານກາງສູງ, ວຽກງານຊ່ວຍເຫຼືອສັງຄົມໄດ້ຮັບການປະຕິບັດເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ທາງແຂວງ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈ “ແຂວງ ແທັງຮວາ ວິລະຊົນ” ສືບຕໍ່ສາມັກຄີ, ມີຄວາມເປັນເອກະພາບພາຍໃນອົງຄະນະພັກ, ອຳນາດການປົກຄອງ, ໃນສັງຄົມ, ໃນໝູ່ປະຊາຊົນ ເພື່ອພັດທະນາ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບຂອງຂວັນໃຫ້ຜູ້ຕາງໜ້າບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນເມືອງ ງອກລັກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ເຊັນຈົດໝາຍທາງລັດຖະການວ່າດ້ວຍການເບິ່ງແຍງດູແລ, ໜູນຊ່ວຍຜູ້ອອກແຮງງານທີ່ເຮັດວຽກຢູ່ກິດຈະກຳກໍ່ສ້າງແຫ່ງຕ່າງໆໃນໂອກາດບຸນປີໃໝ່ປະຈຳຊາດປີ ມະເສັງ 2025.

(ແຫຼ່ງຄັດຈາກ VOV)

ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ງານບຸນລະດູບານໃໝ່ປີມະເມຍ 2026

ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ງານບຸນລະດູບານໃໝ່ປີມະເມຍ 2026

ຈຸດພົ້ນເດັ່ນໃນງານບຸນລະດູບານໃໝ່ປີມະເມຍ 2026 ແມ່ນງານວາງສະແດງ “ລະດູບານໃໝ່ຕໍ່ພັກ”.

Top