• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ

ໃນການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະ ເຂົ້າຮ່ວມການພົບປະ ເຈລະຈາກັບບັນດາການນຳຂັ້ນສູງຂອງ ນິວຊີແລນ, ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ເຮັດວຽກກັບບັນດາການນຳສະມາຄົມ, ວິສາຫະກິດແຖວໜ້າຂອງ ນິວຊີແລນ.
ພາບປະກອບ: VGP

ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ລະຫວ່າງ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີຢ່າງເປັນທາງການ, ຕອນບ່າຍວັນທີ 9 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Auckland, ຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ໃນລະຫວ່າງວັນທີ 10 - 11 ມີນາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon.

ຄາດວ່າ ໃນການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະ ເຂົ້າຮ່ວມການພົບປະ ເຈລະຈາກັບບັນດາການນຳຂັ້ນສູງຂອງ ນິວຊີແລນ, ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ເຮັດວຽກກັບບັນດາການນຳສະມາຄົມ, ວິສາຫະກິດແຖວໜ້າຂອງ ນິວຊີແລນ; ຢ້ຽມຢາມ, ເຮັດວຽກກັບບັນດາອົງການຈັດຕັ້ງວິທະຍາສາດ, ເຕັກໂນໂລຢີ, ການສຶກສາ ນິວຊີແລນ ແລະພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ນິວຊີແລນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top