ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານປະທານ, ຜູ້ອໍານວຍການກຸ່ມບໍລິສັດ FedEx Express (ອາເມລິກາ)
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍບັນດາຜົນສຳເລັດຂອງ FedEx Express ໃນທົ່ວໂລກ ກໍຄື ຢູ່ ຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈຕໍ່ຄວາມສົນໃຈ ແລະ ຕີລາຄາສູງການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງ FedEx Express ເຂົ້າໃນການພັດທະນາເສດຖະກິດຂອງ ຫວຽດນາມ, ກໍຄືການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ FedEx Express ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ, ເຂົ້າຮ່ວມການລົງທຶນ ແລະ ບັນດາການເຄື່ອນໄຫວຢູ່ທ່າອາກາດສະຍານສາກົນ ລອງແທັ່ງ ຢູ່ແຂວງ ດົ່ງນາຍ.
ທ່ານປະທານ, ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ FedEx Express, Richard W.Smith ກໍຕີລາຄາສູງສະພາບແວດລ້ອມ ແລະ ກຳລັງບົ່ມຊ້ອນໃນຂົງເຂດການລົງທຶນຢູ່ ຫວຽດນາມ, ໂດຍສະເພາະແມ່ນການຮັບຟັງຂອງລັດຖະບານ, ນາຍົກລັດຖະມົນຕີ ທີ່ມີຕໍ່ປະຊາຄົມວິສາຫະກິດ. ທ່ານ Richard W.Smith ໃຫ້ຮູ້ວ່າ FedEx Express ປາດຖະໜາຢາກເປີດກວ້າງການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.