• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່

ຕອນບ່າຍວັນທີ 17 ມັງກອນ ຕາມເວລາທ້ອງຖິ່ນ, ຢູ່ Davos, ສະວິດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ເວທີປາໄສເສດຖະກິດໂລກ (WEF) Davos 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດ, ວິສາຫະກິດໃຫຍ່ ເພື່ອແນໃສ່ຮຽກຮ້ອງ, ຊຸກຍູ້ການລົງທຶນເຂົ້າ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Marcus Wallenberg ປະທານກຸ່ມບໍລິສັດ SEB - ຊູແອັດ (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ Marcus Bards, ປະທານສະພາບໍລິຫານບໍລິສັດ staBOO Holdings AG  ເຊິ່ງເປັນບໍລິສັດຄົ້ນຄວ້າພັດທະນາ ແລະ ຜະລິດບັນດາຜະລິດຕະພັນເຟີນີເຈີ ແລະ ການນຳກຸ່ມບໍລິສັດ Skandinaviska Enskilda Banken (SEB - ຊູແອັດ) ທີ່ພວມເຄື່ອນໄຫວໃນຂົງເຂດການເງິນ, ການທະນາຄານ ລ້ວນແຕ່ມີຄວາມປາດຖະໜາຢາກລົງທຶນຍາວນານຢູ່ ຫວຽດນາມ. ພິເສດ, ບໍລິສັດ staBOO Holdings AG ຈະນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ຫຼຸດຜ່ອນການປ່ອຍທາດ ກາກບອນ, ຕອບສະໜອງຄວາມຮຽກຮ້ອງພັດທະນາສີຂຽວ, ຍືນຍົງຂອງ ຫວຽດນາມ ແລະ ນຳຜະລິດຕະພັນໄມ້ໄຜ່ຂອງ ຫວຽດນາມ ອອກສູ່ໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet (ພາບ:TTXVN)

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ພົບປະກັບ ການນຳບັນດາປະເທດ, ອົງການ ຈັດຕັ້ງສາກົນ, ໃນນັ້ນ ມີ: ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ທ່ານປະທານາທິບໍດີ ສະວິດ Viola Amherd, ທ່ານນາຍົກລັດຖະມົນຕີ Slovakia Robert Fico, ທ່ານປະທານສະພາບໍລິຫານ ສະຫະພາບທົ່ວໂລກ ກ່ຽວກັບ ວັກຊິນ ແລະ ການສັກຢາວັກຊິນ (GAVI) Jose Manuel Barroso, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedro Adhanom Ghebreyesus.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus (ພາບ: TTXVN)

ນອກຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບກັບທ່ານນາຍົກລັດຖະມົນຕີ Timor Leste Xanana Gusmao, ທ່ານເລຂາທິການໃຫຍ່ ສະຫະພາບ ໂທລະຄົມສາກົນ (ITU) Dareen Bogdan – Martin, ທ່ານຜູ້ອຳນວຍການໃຫຍ່ ອົງການອົບພະຍົບສາກົນ (IOM) Amy Pope ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top