• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ເປັນ​ເຈົ້າ​ການ, ມີ​​ໄຫວ​ພິບ ໃນ​ການ​ນຳ​ໃຊ້​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ປະ​ສົບ​ຜົນ​ສຳ​ເລັດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ເພື່ອສືບຕໍ່ປະຕິບັດເປົ້າໝາຍຄວບຄູ່, ທາງນະຄອນໂຮ່ຈີມິນ ແລະ 7 ແຂວງຕ້ອງສຸມໃສ່ສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19, ກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງກວດກາຢູ່ເຂດແຍກຕົວຫໍພັກຂອງມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ (ພາບ: TTXVN)

ວັນທີ 26 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບການນຳຫຼັກແຫຼ່ງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນໃກ້ຄຽງ ຂຶ້ນກັບເຂດເສດຖະກິດຈຸດສຸມທາງພາກໃຕ້ລວມມີ: ບິ່ງເຢືອງ, ດົ່ງນາຍ, ບ່າເຣີຍວຸງເຕົາ, ບິ່ງເຟືອກ, ໄຕນິງ, ລອງອານ, ຕຽນຢາງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ເພື່ອສືບຕໍ່ປະຕິບັດເປົ້າໝາຍຄວບຄູ່, ທາງນະຄອນໂຮ່ຈີມິນ ແລະ 7 ແຂວງຕ້ອງສຸມໃສ່ສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19, ກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ, ແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ຍູ້ແຮງການຜະລິດດຳເນີນທຸລະກິດ, ຮັບປະກັນສະຖຽນລະພາບດ້ານເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເປັນເທື່ອລະກ້າວ, ຮັບປະກັນໃຫ້ປະຊາຊົນໄດ້ກິນອີ່ມນຸ່ງອຸ່ນ, ມີເງື່ອນໄຂໃນການດຳລົງຊີວິດ. ຕ້ອງອີງໃສ່ ສະພາບການໂລກລະບາດໂຄວິດ - 19 ໃນແຕ່ລະໄລຍະ, ແຕ່ລະສະຖານທີ່ເພື່ອສະຫງວນບຸລິມະສິດ, ສຸມໃສ່ໜ້າທີ່ພັດທະນາເສດຖະກິດທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປະຕິບັດທັງສອງໜ້າທີ່ນີ້ຢ່າງຄົບຊຸດ. ບັນດາອົງການຕ້ອງກວດກາຄືນຢ່າງຮີບດ່ວນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃນການຜະລິດ, ດຳເນີນທຸລະກິດ, ຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top