ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຕ້ອງສ້າງເຄື່ອງໝາຍການຄ້າກ່ຽວກັບແຂວງ ກວ໋າງນິງ ທີ່ຮັ່ງມີ, ສະອາດ, ງາມຕາ
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ແຂວງ ກວ໋າງນິງ ຂຸດຄົ້ນບັນດາແລວທາງຄົມມະນາຄົມໃຫ້ສຸດຂີດ, ຊຸກຍູ້ການຮ່ວມສຳພັນພາຍໃນເຂດ, ລະຫວ່າງເຂດ, ຮັບປະກັນບັນດາກຳລັງບົ່ມຊ້ອນ, ທ່າແຮງ, ທ່າໄດ້ປຽບ, ທ່າແຮງແກ້ງແຍ້ງຂອງແຕ່ລະທ້ອງຖິ່ນພາຍໃນແຂວງ. ແຂວງ ກວ໋າງນິງ ຕ້ອງເພີ່ມລະດັບຄວາມໄວໃນການເຕີບໂຕເສດຖະກິດ ໄປຄຽງຄູ່ກັບການຍົກສູງຄຸນນະພາບການເຕີບໂຕ ໃຫ້ໄປຕາມທິດປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.
ຕອນແລງຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ສຳຫຼວດກວດກາສະພາບກາດຕົວຈິງຢູ່ເຂດອຸດສາຫະກຳ ດົງມາຍ, ເທດສະບານ ກວ໋າງອຽນ, ແຂວງ ກວ໋າງນິງ; ສຳຫຼວດບາງໂຄງການທີ່ມີເງິນລົງທຶນໃຫຍ່ໃນເຂດອຸດສາຫະກຳ, ພ້ອມດຽວກັນນັ້ນ, ທ່ານກໍໄດ້ໄປຢ້ຽມຢາມ ແລະ ສຳຫຼວດໂຄງການກໍ່ສ້າງເຮືອນຢູ່ໃຫ້ແກ່ກຳມະກອນ ແລະ ນັກຊ່ຽວຊານທີ່ເຮັດວຽກໃນເຂດອຸດສາຫະກຳດົງມາຍ.