ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ແຂວງ ກວ໋າງນິງ, ຕອນບ່າຍວັນທີ 12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳແຂວງ ກວ໋າງນິງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ແຂວງ ກວ໋າງນິງ ຂຸດຄົ້ນບັນດາແລວທາງຄົມມະນາຄົມໃຫ້ສຸດຂີດ, ຊຸກຍູ້ການຮ່ວມສຳພັນພາຍໃນເຂດ, ລະຫວ່າງເຂດ, ຮັບປະກັນບັນດາກຳລັງບົ່ມຊ້ອນ, ທ່າແຮງ, ທ່າໄດ້ປຽບ, ທ່າແຮງແກ້ງແຍ້ງຂອງແຕ່ລະທ້ອງຖິ່ນພາຍໃນແຂວງ. ແຂວງ ກວ໋າງນິງ ຕ້ອງເພີ່ມລະດັບຄວາມໄວໃນການເຕີບໂຕເສດຖະກິດ ໄປຄຽງຄູ່ກັບການຍົກສູງຄຸນນະພາບການເຕີບໂຕ ໃຫ້ໄປຕາມທິດປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.
ຕອນແລງຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ສຳຫຼວດກວດກາສະພາບກາດຕົວຈິງຢູ່ເຂດອຸດສາຫະກຳ ດົງມາຍ, ເທດສະບານ ກວ໋າງອຽນ, ແຂວງ ກວ໋າງນິງ; ສຳຫຼວດບາງໂຄງການທີ່ມີເງິນລົງທຶນໃຫຍ່ໃນເຂດອຸດສາຫະກຳ, ພ້ອມດຽວກັນນັ້ນ, ທ່ານກໍໄດ້ໄປຢ້ຽມຢາມ ແລະ ສຳຫຼວດໂຄງການກໍ່ສ້າງເຮືອນຢູ່ໃຫ້ແກ່ກຳມະກອນ ແລະ ນັກຊ່ຽວຊານທີ່ເຮັດວຽກໃນເຂດອຸດສາຫະກຳດົງມາຍ.