• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41

ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຫລັກແຫລ່ງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.

ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຫລັກແຫລ່ງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລົດຖະມົນຕີ ລາຊະອານາຈັກ ກຳປູເຈຍ, ປະທານອາຊຽນ 2022 Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 9 ພະຈິກປີ 2022, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10 – 13 ພະຈິກ ປີ 2022. ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຫລັກແຫລ່ງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.

ນີ້ກໍ່ແມ່ນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ  ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືແບບໂດຍກົງ. ກອງປະຊຸມຄັ້ງຕ່າງໆນີ້ ໄດ້ສ້າງຂີດໝາຍເຊື່ອມຕໍ່ຄືນການແລກປ່ຽນ, ໂອ້ລົມສົນທະນາລະຫວ່າງບັນດາການນຳໂດຍກົງ ພາຍຫຼັງ 2 ປີຖືກຂາດວັກຂາດຕອນ ຍ້ອນພະຍາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top