• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ລົງ​ກວດ​ກາ​ບາງ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຈຸດ​ສຸມ​ຢູ່​ແຂວງ ກ໋​ວາງ​ງາຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດເສັ້ນທາງແຄມທະເລ ຢຸງກວດ - ຊາຮີ່ງ ຜ່ານແຂວງ ກ໋ວາງຫງາຍ ແລະ ໂຄງການລົງທຶນກໍ່ສ້າງໂຄງການທາງບົກເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ຕອນກ໋ວາງຫງາຍ - ຮ່ວາຍເຍິນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາບາງໂຄງການຄົມມະນາຄົມຈຸດສຸມຢູ່ແຂວງ ກ໋ວາງງາຍ (ພາບ: VOV)

ຕອນເຊົ້າວັນທີ 9 ກຸມພາ, ໃນການເດີນທາງໄປປະຕິບັດງານຢູ່ແຂວງ ກ໋ວາງຫງາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດເສັ້ນທາງແຄມທະເລ ຢຸງກວດ - ຊາຮີ່ງ ຜ່ານແຂວງ ກ໋ວາງຫງາຍ ແລະ ໂຄງການລົງທຶນກໍ່ສ້າງໂຄງການທາງບົກເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ຕອນກ໋ວາງຫງາຍ - ຮ່ວາຍເຍິນ. ໂຄງການເສັ້ນທາງແຄມທະເລ ຢຸງກວດ - ຊາຮີ່ງ ມີຍອດລວງຍາວປະມານ 125 ກີໂລແມັດ. ໂຄງການລົງທຶນກໍ່ສ້າງໂຄງການທາງບົກເສັ້ນທາງຄວາມໄວສູງເໜືອ - ໃຕ້, ຕອນກ໋ວາງຫງາຍ - ຮ່ວາຍເຍິນມີຍອດເງິນລົງທຶນກ່ວາ 20.400 ຕື້ດົ່ງ (ກ່ວາ 854 ລ້ານUSD), ດ້ວຍລວງຍາວ 88 ກີໂລແມັດ, ຜ່ານ ແຂວງ ກວາງງາຍ ແລະ ແຂວງບິ່ງດິງ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມເຂດປູສະນີຍະສະຖານ ທ່ານຟ້າມວັນດົ່ງ ອະດີດນາຍົກລັດຖະມົນຕີ, ລົງຢ້ຽມຢາມເຂດວາງສະແດງບັນດາການເຄື່ອນໄຫວຂອງທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ ແລະ ຂຽນປຶ້ມອາໄລຫາ, ປູກຕົ້ນໄມ້ອາໄລຫາຢູ່ແຫ່ງນີ້.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top