• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - UAE

ຕອນບ່າຍວັນທີ 28 ຕຸລາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Dubai, ສະຫະລັດ ອາຣັບ ເອມມີເລດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - UAE.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນຢູ່ເວທີປາໄສ

ໃນຂອບເຂດການຢ້ຽມຢາມສະຫະລັດ ອາຣັບ ເອມມີເລດ (UAE), ຕອນບ່າຍວັນທີ 28 ຕຸລາ ຕາມເວລາທ້ອງຖິ່ນ,  ຢູ່ນະຄອນ Dubai, ສະຫະລັດ ອາຣັບ ເອມມີເລດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - UAE. ກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ບັນດາວິສາຫະກິດ 2 ປະເທດ ຕ້ອງຕັ້ງໜ້າກວ່າອີກໃນການຮ່ວມມືລົງທຶນ ແລະ ຊຸກຍູ້ບັນດາກຳລັງເຕີບໂຕໃໝ່, ເຊັ່ນ: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ, ບັນດາຂົງເຂດຫາກໍ່ພົ້ນເດັ່ນຄື ປັນຍາປະດິດ, cloud computing, ອິນເຕີເນັດສັບພະສິ່ງ...

  ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດ, ຮັກສາສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນບັນດາເງື່ອນໄຂໃຫ້ແກ່ນັກລົງທຶນ ມີຄວາມອຸ່ນອ່ຽນໃຈເຄື່ອນໄຫວ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍືນຍົງ, ຍາວນານ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສາມາດຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ UAE, ຄື: ຜ່ານການຜະລິດ, ປຸງແຕ່ງບັນດາຜະລິດຕະພັນກະເສດຕາມສັນຍາສັ່ງຊື້ຂອງບັນດາວິສາຫະກິດ UAE.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top