• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ເປັນ​ປະ​ທານກອ​ງະ​ຊຸມ​ຄັ້ງ​ທີ 14 ຂອງ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳ, ສະພາບການໂລກມີການຜັນແປຫຼາຍຢ່າງ ໄດ້ກໍ່ຜົນກະທົບ ແລະ ຜົນກະທ້ອນໂດຍກົງຕໍ່ຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳ, ສະພາບການໂລກມີການຜັນແປຫຼາຍຢ່າງ ໄດ້ກໍ່ຜົນກະທົບ ແລະ ຜົນກະທ້ອນໂດຍກົງຕໍ່ຫວຽດນາມ.

 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 9 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ຄະນະຊີ້ນຳ) ເປັນປະທານກອງປະຊຸມຄັ້ງທີ 14 ຂອງຄະນະຊີ້ນຳກ່ຽວກັບວຽກງານປ້ອງກັນ,ຕ້ານໂລກລະບາດໂຄວິດ - 19. ກອງປະຊຸມໄດ້ຈັດຂຶ້ນທາງໄກໂດຍເຊື່ອມຕໍ່ ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳ, ສະພາບການໂລກມີການຜັນແປຫຼາຍຢ່າງ ໄດ້ກໍ່ຜົນກະທົບ ແລະ ຜົນກະທ້ອນໂດຍກົງຕໍ່ຫວຽດນາມ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ສະພາບການໂຄວິດ - 19 ພວມໄດ້ຮັບການຄວບຄຸມໃນຂອບເຂດທົ່ວປະເທດ, ດ້ວຍຈຳນວນຜູ້ເສຍຊີວິດ ແລະ ມີອາການເຈັບໜັກຫຼຸດລົງ. ເສດຖະກິດ - ສັງຄົມ ໄດ້ຮັບການຟື້ນຟູໂດຍໄວ ແລະ ມີການ ເຕີບໂຕດີພໍສົມຄວນ.

ເຖິງຢ່າງໃດກໍ່ຕາມ, ສະພາບການໂລກລະບາດໂຄວິດ - 19 ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເປັນຕົ້ນແມ່ນອາດຈະເກີດສາຍພັນໃໝ່ຈາກເຊື້ອໄວຣັດ SARS - CoV - 2 ໂດຍເຮັດໃຫ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ປະສົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ, ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈົ່ງຮຽກຮ້ອງບໍ່ໃຫ້ເມີນເສີຍ, ຖືເບົາຕໍ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ແລະກໍ່ໃນວັນທີ  9 ເມສາ, ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 14 ຂອງຄະນະຊີ້ນຳກ່ຽວກັບວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງສຳເລັດການສັກວັກຊິນກັນໂຄວິດ ໃຫ້ເດັກມີອາຍຸແຕ່ 12 -18 ປີໃນເດືອນເມສານີ້.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ: ໄລຍະຈະມາເຖິງ ຕ້ອງຕິດຕາມສະພາບການ, ການຜັນແປໂລກລະບາດຢູ່ພາຍໃນປະເທດ ແລະ ໃນໂລກຢ່າງໃກ້ຊິດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຍູ້ແຮງການສັກວັກຊິນໃຫ້ໄວກວ່າອີກ, ຍູ້ແຮງການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຊີ, ການຜະລິດວັກຊິນ, ຢຸກຢາຢູ່ພາຍໃນປະເທດ ບົນຈິດໃຈຕິດຕາມໃກ້ຊິດກັບຂໍ້ກຳນົດຂອງກົດໝາຍ, ຄຳເຕືອນຂອງບັນດາອົງການສາກົນ, ຫລຸດຜ່ອນລະບຽບການບໍລິຫານ ແຕ່ຕ້ອງຮັບປະກັນດ້ານວິຊາສະເພາະ, ວິທະຍາສາດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top