• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ນະ​ວັດ​ຕະ​ກຳຕ້ອງ​ໄປ​ທັນ, ກ້​າວ​ໜ້າ ແລະ ບືນ​ຕົວ​ຂຶ້ນ​ພ້ອມ​ກັບ​ໂລກ

ຕອນເຊົ້າວັນທີ 01 ຕຸລາ, ຢູ່ສູນນະວັດຕະກຳແຫ່ງຊາດ ຕັ້ງຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນນະວັດຕະກຳ ຫວຽດນາມ ປີ 2024 ແລະ ສະເຫຼີມສະຫຼອງ 05 ປີ ແຫ່ງວັນສ້າງຕັ້ງສູນນະວັດຕະກຳແຫ່ງຊາດ (NIC). ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ປະກາດວ່າ ວັນທີ 01 ຕຸລາ ແຕ່ລະປີ ແມ່ນວັນບຸນນະວັດຕະກຳແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນຢູ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ຖືນີ້ແມ່ນໜຶ່ງໃນບັນດາລັດຖະນະໂຍບາຍແຖວໜ້າແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຈະສຸມໃສ່ຊີ້ນຳສຳຫຼວດກວດກາ, ສ້າງຍຸດທະສາດ, ກົນໄກ, ນະໂຍບາຍ, ມາດຕະການໃຫ້ສົມບູນແບບ ເພື່ອແນໃສ່ຊຸກຍູ້ນະວັດຕະກຳ, ເລີ່ມຕົ້ນທຸລະກິດຢ່າງແຮງ ດ້ວຍເນື້ອໃນຈິດໃຈອຳນວຍທຸກຄວາມສະດວກ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ຊອບທຳໃຫ້ປະຊາຄົມວິສາຫະກິດ, ນັກລົງທຶນ ແລະ ປະຊາຊົນ.

        ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເສີມຂະຫຍາຍບົດບາດຂອງສູນນະວັດຕະກຳແຫ່ງຊາດໃຫ້ຫຼາຍກວ່າອີກ. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ ສູນນະວັດຕະກຳແຫ່ງຊາດ ຈະແມ່ນຫົວໃຈຂອງລະບົບນິເວດນະວັດຕະກຳ, ແມ່ນບ່ອນອີງແກ່ການພັດທະນາຢ່າງກ້າວກະໂດດຂັ້ນ, ຍືນຍົງ ແລະ ເຊື່ອມໂຍງທົ່ວໂລກຂອງ ຫວຽດນາມ. ສູນກໍນຳພາທ່າອ່ຽງ, ແຜ່ກະຈາຍຈິນຕະນາການປະດິດຄິດສ້າງ, ຍົກລະດັບ ຫວຽດນາມ ໃຫ້ກາຍເປັນປະເທດສ້າງແຫຼ່ງບັນດານໃຈຂອງນະວັດຕະກຳ, ມີຄວາມສາມາດເປັນເຈົ້າເຕັກໂນໂລຢີ, ບືນຕົວຂຶ້ນສູ່ລະດັບພາກພື້ນ ແລະ ສາກົນ, ບໍ່ພຽງແຕ່ເພື່ອໝູນໃຊ້ເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດທິດ, ນຳພາອະນາຄົດຂອງມະນຸດອີກດ້ວຍ”. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top