ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອຕ້ອງຊ່ວຍເຫຼືອປະຊາຊົນເຂດພາກກາງ ດ້ວຍຄວາມຮັບຜິດຊອບສູງສຸດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ດ້ວຍນ້ຳໃຈຄວາມຮັບຜິດຊອບສູງສຸດ ຕ້ອງລະດົມທຸກແຫຼ່ງກຳລັງໂດຍໄວ ເພື່ອແກ້ໄຂບັນດາຜົນເສຍຫາຍໂດຍໄວທີ່ສຸດ, ຊ່ວຍເຫຼືອປະຊາຊົນຜູ້ຖືກເສຍຫາຍ ແລະນຳຊີວິດຂອງປະຊາຊົນຢູ່ເຂດພາກກາງກັບຄືນສູ່ເປັນປົກກະຕິໂດຍໄວ.
ພາຍຫຼັງໄປຮອດແຂວງ ກວ໋າງບິ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມປະຊາຊົນ ຢູ່ຕາແສງ ຮ່ຽນນິງ, ເມືອງ ກວ໋າງນິງ. ນະທີ່ນີ້, ທ່ານໄດ້ລະດົມກຳລັງໃຈປະຊາຊົນຢູ່ຕາແສງ ຮ່ຽນນິງວ່າ.
“ຕາແສງ ຮ່ຽນນິງ ຖືກເສຍຫາຍເປັນຈຳນວນຫຼາຍໃນເຫດໄພນ້ຳຖ້ວມຄັ້ງປະຫວັດສາດນີ້, ຊັບສິນຂອງພໍ່ແມ່ປະຊາຊົນ, ຂອງທ້ອງຖິ່ນ ແລະ ປະເທດຊາດ ແມ່ນເສຍຫາຍເປັນຈຳນວນຫຼວງຫຼາຍ ແຕ່ກໍໂຊກດີເມື່ອໃນຕາແສງບໍ່ມີຜູ້ເສຍຊີວິດ. ມື້ນີ້, ຂ້າພະເຈົ້າໄດ້ຕາງໜ້າໃຫ້ການນຳພັກ, ລັດ ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຂໍແບ່ງເບົາຄວາມເສຍຫາຍນີ້, ຫວັງວ່າພໍ່ແມ່ປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໂດຍໄວ. ພັກ, ລັດ ໃນນັ້ນມີກຳລັງທະຫານ ແລະ ຕຳຫຼວດ ຈະສືບຕໍ່ໜູນຊ່ວຍພໍ່ແມ່ປະຊາຊົນເພື່ອຟື້ນຟູພື້ນຖານດ້ານວັດຖຸໂດຍໄວ.”
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ລົງໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ແບ່ງເບົາຕໍ່ບັນດາຜົນເສຍຫາຍຂອງພໍ່ແມ່ປະຊາຊົນຢູ່ເມືອງກວ໋າງນິງ, ແຂວງ ກວ໋າງບິ່ງ (TTXVN)
ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດພາກກາງ, ບາງກະຊວງ, ຂະແໜງການ ກ່ຽວກັບການຟື້ນຟູຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ. ທ່ານຊີ້ນຳວ່າ:
“ທຳອິດແມ່ນຕ້ອງຖອດຖອນບົດຮຽນໃນການປ້ອງກັນ, ຕ້ານໄພນ້ຳຖ້ວມ ຢູຸ່ພາກກາງ. ທີສອງແມ່ນຜັນຂະຫຍາຍບັນດາວຽກງານທີ່ຕ້ອງເຮັດໃນທັນທີ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ເປັນປົກກະຕິ. ຕົວຢ່າງຄືບັນຫາສິ່ງແວດລ້ອມ ແລະ ໂລກລະບາດ. ຍິ່ງໄປກວ່ານັ້ນແມ່ນບໍ່ປະໃຫ້ປະຊາຊົນຖືກຕົກເຂົ້າສູ່ສະພາບອຶດຫິວ, ເຈັບເປັນ, ນອນກາງດິນກິນກາງຊາຍ, ໃຫ້ນັກຮຽນນັກສຶກສາໄດ້ກັບໄປໂຮງຮຽນປົກກະຕິໂດຍໄວ. ແກ້ໄຂວຽກງານກູ້ໄພກູ້ຊີບຂອງບັນດາທ້ອງຖິ່ນໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີກວ່າ.”
(ແຫຼ່ງຄັດຈາກ VOV)