• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ເປັນ​ປ​ະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານປະ​ຈຳ​ເດືອນ ມັງ​ກອນ 2024

ຕອນເຊົ້າວັນທີ 1 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ມັງກອນ 2024, ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນ ມັງກອນ, ການປ່ອຍເງິນລົງທຶນສາທາລະນະ, 3 ໂຄງການເປົ້າໝາຍແຫ່ງຊາດ ແລະ ບັນດາຄຳຊີ້ນຳຈຸດສຸມໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງມີຄວາມຕັດສິນໃຈສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທຳຢ່າງຂ້ຽວຂາດນັບແຕ່ຫົວທີ, ແຕ່ເດືອນທຳອິດຂອງປີ 2024. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດ; ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ ແລະ ມີປະສິດທິຜົນ; ສືບຕໍ່ຊຸກຍູ້ບັນດາກຳລັງຫນູນການເຕີບໂຕໃນຂົງເຂດລົງທຶນ, ສົ່ງອອກ, ການບໍລິໂພກອຸປະໂພກຢ່າງແຮງ, ເຊິ່ງໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່. ໄປຄຽງຄູ່ກັນນັ້ນ, ດຶງດູດແຫຼ່ງການເງິນສີຂຽວ, ການສິນເຊື່ອສີຂຽວເພື່ອພັດທະນາພະລັງງານໃໝ່ Hydrogen; ສ້າງ ແລະ ພັດທະນາສູນການເງິນຂອງພາກພື້ນ ແລະ ສາກົນຢູ່ ຫວຽດນາມ. ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ ໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ບັນດາກະຊວງ, ຂະແໜງການ ກະກຽມເງື່ອນໄຂຕ່າງໆຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ດ້ວຍຄວາມເບີກບານມ່ວນຊື່ນ, ປອດໄພ ແລະ ປະຢັດໃຫ້ເປັນຢ່າງດີ; ປະຕິບັດວັນບຸນປູກຕົ້ນໄມ້ຢ່າງມີປະສິດທິຜົນ; ຮັບປະກັນວິຖີດຳລົງຊີວິດສີວິໄລ, ປອດໄພ, ປະຢັດ ໃນບັນດາກິດຈະກຳເຊື່ອຖືສາສະໜາ ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ ແລະ ງານບຸນຍາມລະດູບານໃໝ່ 2024.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top