• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​​ງັອກ​ທິ້ງ ພົບ​ປະ​ກັບ​ຄ​ະ​ນະ​ນັກ​ຮຽນ, ນັກ​ສຶກ​ສາທີ່​ດີ​ເດັ່ນ​

ຕອນບ່າຍວັນທີ 8 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ພົບປະກັບຄະນະນັກຮຽນ, ນັກສຶກສາດີເດັ່ນຢູ່ບັນດາຮາກຖານການສຶກສາອາຊີບ ໃນປີ 2020.


ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ພົບປະກັບຄະນະນັກຮຽນ, ນັກສຶກສາທີ່ດີເດັ່ນ

(ພາບ: TTXVN)


ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ, ຄວາມມານະພະຍາຍາມສູ້ຊົນຂອງ ນັກຮຽນ, ນັກສຶກສາດີເດັ່ນ 130 ຄົນ ຢູ່ຮາກຖານການສຶກສາອາຊີບ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້. ທ່ານນາງຖືວ່າ, ໃນສະພາບ ຄວາມຮຽກຮ້ອງຕ້ອງການທີ່ ນັບມື້ນັບສູງຂຶ້ນຂອງຕະຫຼາດແຮງງານ, ການພັດທະນາຢ່າງແຮງຂອງເສດຖະກິດດີຈີຕອນ, ເສດຖະກິດພູນປັນຍາ, ຍິ່ງກ່ວາໃຜໝົດ, ນັກຮຽນ, ນັກສຶກສາແມ່ນກຳລັງທີ່ມີສະຕິຄວາມຮັບຮູ້ກ່ຽວກັບບົດບາດສຳຄັນ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງທີ່ສຸດໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານນາງ ດັ້ງທິງອກທິ້ງໃຫ້ຮູ້ວ່າ:

ພວກນ້ອງຕ້ອງມານະພະຍາຍາມຮຽນດີຮຽນເກັ່ງ, ຮຽນຕ້ອງໄປຄຽງຄູ່ກັບການປະຕິບັດ. ພ້ອມກັນນັ້ນ, ກໍ່ປາດຖະໜາຢາກໃຫ້ພວກນ້ອງຝຶກຝົນຫຼໍ່ຫຼອງມີທາດແທ້ຄຸນສົມບັດ, ມີອຸດົມຄະຕິ, ມີຄວາມໃຝ່ຝັນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top