• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ ຢ້ຽມ​ຢາມ ແຂວງ ວຽງ​ຈັນ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 28 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມແຂວງ ວຽງຈັນ. 

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຮັດວຽກກັບທ່ານເລຂາຄະນະພັກແຂວງ ວຽງຈັນ

ທ່ານນາງປະທານສະພາແຫ່ງຊາດສະແດງຄວາມພາກພູມໃຈເມື່ອໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ລາວ, ແຂວງ ວຽງຈັນ ແລະ ບາງທ້ອງຖິ່ນ ທີ່ມີທີ່ຕັ້ງຍຸດທະສາດສຳຄັນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ວຽງຈັນ ກັບບັນດາແຂວງທາງພາກເໜືອ ແລະ ພາກກາງລາວ… ທ່ານນາງ ຫງວຽນທິກິມເງິນຕີລາຄາສູງຜົນງານຂອງການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງແຂວງ ວຽງຈັນ ກັບ ບັນດາທ້ອງຖິ່ນ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ຫວັງວ່າໃນໄລຍະຈະມາເຖິງ, ແຂວງ ວຽງຈັນ ຈະສືບຕໍ່ເປີດກ້ວາງ ແລະ ຍົກສູງປະສິດທິຜົນໃນການຮ່ວມມືກັບບັນດາແຂວງ, ນະຄອນ ຂອງ ຫວຽດນາມ, ເປັນຕົ້ນແມ່ນການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນ ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ຄຸ້ມຄອງເສດຖະກິດ, ເພີ່ມທະວີການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ, ກະສິກຳ, ກໍ່ສ້າງຊົນນະບົດໃໝ່, ຊ່ວຍກັນລົບລ້າງຄວາມທຸກຍາກ…
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top