• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ ສ. ອາ​ຟະ​ລິ​ກາ ໃຕ້ ຢ່າງ​ເປັນ​ທາງ​ການ

ຕອນຄ່ຳວັນທີ 13 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ Pretoria, ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດ ອາຟະລິກາໃຕ້ ແຕ່ວັນທີ 13 ຫາວັນທີ 16 ກັນຍາ.
ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ອາຟະລິກາໃຕ້ Candith Mashego-Dlamini ຕ້ອນຮັບ ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ຢູ່ສະໜາມບິນສາກົນ O.R. Tambo (ພາບ: TTXVN)

ການຢ້ຽມຢາມໄດ້ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດກວ່າອີກ.

ໃນຂອບເຂດການຢ້ຽມຢາມ, ຄາດວ່າ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຈະມີການໂອ້ລົມສົນທະນາກັບທ່ານຮອງປະທານາທິບໍດີ ອາຟະລິກາໃຕ້, ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການພັກສະມັດຊາແຫ່ງຊາດ ອາຟະລິກາ (ANC) ກຳອຳນາດ ຢູ່ ອາຟະລິກາໃຕ້; ພົບປະກັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ອາຟະລິກາໃຕ້; ຕ້ອນຮັບທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ອາຟະລິກາໃຕ້ ແລະ ນັກທຸລະກິດ ອາຟະລິກາໃຕ້; ຕ້ອນຮັບການນຳ ແລະ ນັກທຸລະກິດທ້ອງຖິ່ນ ອາຟະລິກາໃຕ້; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາຟະລິກາໃຕ້. ພິເສດ, ໃນການຢ້ຽມຢາມ ຢ່າງເປັນທາງການຄັ້ງນີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ກໍຈະເຂົ້າຢ້ຽມຊົມງານວາງະແດງ, ຕັດແຖບຜ້າເປີດນຳໃຊ້ສູນວັດທະນະທຳ ຫວຽດນາມ ປະຈຳ ອາຟະລິກາໃຕ້, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ສອງປະເທດ ຄົບຮອບ 30 ປີ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top