• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ດັ້ງ​ທິງ​ອກທີ້ງ ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນ​ເຕັດ ຢູ່​ແຂວງ ຕ່ຽນຢາງ

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຂອງຂວັນຈໍານວນ 50 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຂອງຂວັນ ພ້ອມດ້ວຍທຶນການສຶກສາ 50 ພູດໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ ແລະ ຮຽນເກັ່ງຢູ່ທ້ອງຖິ່ນ.

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດ ຢູ່ແຂວງ ຕ່ຽນຢາງ 

ຕອນເຊົ້າວັນທີ 13 ມັງກອນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ມອບທຶນການສຶກສາ, ຂອງຂວັນປີໃໝ່ໃຫ້ແກ່ເດັກນ້ອຍ ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ເມືອງເຈິກ້າວ, ແຂວງຕ່ຽນຢາງຂອງຫວຽດນາມ.

        ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຂອງຂວັນຈໍານວນ 50 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຂອງຂວັນ ພ້ອມດ້ວຍທຶນການສຶກສາ 50 ພູດໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ ແລະ ຮຽນເກັ່ງຢູ່ທ້ອງຖິ່ນ. ນອກຈາກບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ເດັກນ້ອຍທີ່ໄດ້ຮັບຂອງຂວັນ, ທຶນການສຶກສາໂດຍກົງແລ້ວ, ຂອງຂວັນ 150 ພູດ ແລະ ຈໍານວນທຶນການສຶກສາທີ່ຍັງເຫຼືອນັ້ນ ຈະສືບຕໍ່ໄດ້ຝາກໃຫ້ເຂົາເຈົ້າຕາມຫຼັງ. 

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ

Top