ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ເດີນທາງອອກຈາກ ຮ່າໂນ້ຍ ເລີ່ມຕົ້ນການປະຕິບັດງານຢູ່ ອາເມລິກາ
ຜນການສັນຕິພາບ ແລະ ສະພາສັນຕິພາບ ໂດຍທ່ານ Donald Trump ປະທານາທິບໍດີ ອາເມລິກາ ສະເໜີ ໄດ້ຮັບຖືວ່າແມ່ນຂໍ້ລິເລີ່ມທີ່ມີຄວາມເປັນໄປໄດ້ທີ່ສຸດນັບແຕ່ເມື່ອການປະທະກັນເກີດຂຶ້ນຢູ່ເຂດ ກາຊາ ເມື່ອເດືອນ ຕຸລາ 2023, ສ້າງເງື່ອນໄຂໃຫ້ບັນດາຝ່າຍສົນທະນາ, ເຈລະຈາມຸ່ງໄປເຖິງການຢຸດຕິການປະທະກັນ, ບັນລຸໄດ້ມາດຕະການສັນຕິພາບແບບຍືນຍົງໃຫ້ແກ່ພາກພື້ນ. ໄລ່ມາຮອດປັດຈຸບັນ, ບັນດາປະເທດສ່ວນຫຼາຍທີ່ໄດ້ຮັບຄຳເຊີນ ກໍເຫັນດີເຂົ້າຮ່ວມ, ລວມທັງບັນດາປະເທດທີ່ລົງນາມໃນກົດບັດ ສະພາສັນຕິພາບຢູ່ Davos, ສະວິດ, ເພື່ອແນໃສ່ສະແດງການສະໜັບສະໜູນ ແລະ ຄຳໝັ້ນສັນຍາດ້ານການເມືອງ, ແຕ່ພວມຢູ່ໃນໄລຍະສຶກສາສ້າງແຜນການຜັນຂະຫຍາຍ, ຍັງບໍ່ທັນຍົກອອກບັນດາຄຳໝັ້ນສັນຍາປະກອບສ່ວນ ແລະ ເຂົ້າຮ່ວມຢ່າງລະອຽດເທື່ອ.
ການປະຕິບັດງານຢູ່ ອາເມລິກາ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ພ້ອມທັງປັບປຸງຄວາມເຊື່ອໝັ້ນຕໍ່ບັນດາມາດຕະການຮ່ວມມືສາກົນ.







