• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລີມເປັນປະທານພິທີຕ້ອນຮັບທ່ານເລຂາທິການທີ 1 ,ປະທານປະເທດ ກູບາ Miguel Díaz-Canel Bermúdez ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ແລະພັນລະຍາ, ທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ Miguel Díaz-Canel Bermúdez ແລະ ພັນລະຍາ ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ , ເຂົ້າຮ່ວມການສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມທີ 2 ກັນຍາ ແຕ່ວັນທີ 31 ສິງຫາ ຮອດວັນທີ 2 ກັນຍາ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການເຈລະຈາກັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ກູບາ Miguel Díaz-Canel Bermúdez

ຕອນເຊົ້າວັນທີ 1 ກັນຍາ, ພິທີຕ້ອນຮັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ ຖືກຈັດຂຶ້ນຢ່າງຢ່າງສົມກຽດຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ To Lam ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບ.

    ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການເຈລະຈາກັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ກູບາ Miguel Díaz-Canel Bermúdez ເພື່ອສືບຕໍ່ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ. ກ່າວຄຳເຫັນໄຂການເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ:
     "ຫວຽດນາມ ຍາມໃດເເຕົາລົບນັບຖືແລະ ຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນທັງດ້ານຈິດໃຈ ແລະ ວັດຖຸທີ່ກູບາໄດ້ສະຫງວນໃຫ້ ຫວຽດນາມ ໃນກິດຈະການປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນພາລະກິດສ້າງສາ ແລະ ປ້ອງກັນປະເທດໃນປະຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມພທະນົງໃຈ ແລະ ຕັດສິນໃຈທີ່ຈະຮ່ວມກັບພັກ ແລະ ລັດ ກູບາ ເພື່ອສືບທອດ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກອັນລ້ຳຄ່າ ແລະ ຜົນງານອັນໃຫຍ່ຫຼວງຂອງການຮ່ວມມືລະຫວ່າງ 2 ປະເທດ, ສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນດີງາມລະຫວ່າງສອງປະເທດ.
   ທີ່ການເຈລະຈາ, ການນຳສອງທ່ານເຫັນດີເປັນເອກະສັນສືບຕໍ່ສົມທົບກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການສົມທົບກັນດ້ານຍຸດທະສາດ, ຮັກສາການແລກປ່ຽນການຢ້ຽມຢາມ, ການພົວພັນ ແລະ ການພົບປະຂັ້ນສູງ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ອົງການ ແລະ ປະຊາຊົນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນໃຫ້ເລິກເຊິ່ງ, ພິເສດແມ່ນບັນດາຂົງເຂດຮ່ວມມືຍຸດທະສາດທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບຄື: ກະສິກຳ, ພະລັງງານແສງຕາເວັນ ແລະ ເຕັກໂນໂລຊີຊີວະພາບ-ການຢາ. 2 ຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມສົນໃຈເຊິ່ງກັນ ແລະ ກັນຄື: ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຍຸຕິທຳ, ວິທະຍາສາດ - ເຕັກໂນໂລຢີ, ກໍ່ສ້າງ, ວັດທະນະທຳ, ກິລາ ແລະ ການພົວພັນແລກປ່ຽນປະຊາຊົນ; ສອງຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການປະສານງານ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ພ້ອມທັງເສີມຂະຫຍາຍກຽດສັກສີ ແລະ ທີ່ຕັ້ງຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ 2 ພາກ ແລະ ໃນໂລກ.

       ກ່ອນໜ້ານັ້ນ, ກໍ່ໃນຕອນເຊົ້າວັນທີ 1/9, ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ກູບາ Miguel Díaz-Canel Bermúdez ແລະ ພັນລະຍາ Lis Cuesta Peraza ແລະ ຄະນະໄດ້ວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.

ຕອນທຽງວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ໄດ້ເປັນປະທານຮ່ວມງານລ້ຽງຕ້ອນຮັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ Miguel Díaz-Canel Bermúdez ແລະພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກູບາ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top