ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການເຈລະຈາກັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ກູບາ Miguel Díaz-Canel Bermúdez ເພື່ອສືບຕໍ່ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ. ກ່າວຄຳເຫັນໄຂການເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ:
"ຫວຽດນາມ ຍາມໃດເເຕົາລົບນັບຖືແລະ ຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນທັງດ້ານຈິດໃຈ ແລະ ວັດຖຸທີ່ກູບາໄດ້ສະຫງວນໃຫ້ ຫວຽດນາມ ໃນກິດຈະການປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນພາລະກິດສ້າງສາ ແລະ ປ້ອງກັນປະເທດໃນປະຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມພທະນົງໃຈ ແລະ ຕັດສິນໃຈທີ່ຈະຮ່ວມກັບພັກ ແລະ ລັດ ກູບາ ເພື່ອສືບທອດ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກອັນລ້ຳຄ່າ ແລະ ຜົນງານອັນໃຫຍ່ຫຼວງຂອງການຮ່ວມມືລະຫວ່າງ 2 ປະເທດ, ສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນດີງາມລະຫວ່າງສອງປະເທດ.
ທີ່ການເຈລະຈາ, ການນຳສອງທ່ານເຫັນດີເປັນ
ເອກະສັນສືບຕໍ່ສົມທົບກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່
ອໃຈດ້ານການເມືອງ ແລະ ການສົມທົບກັນດ້ານຍຸດທະ
ສາດ, ຮັກສາການແລກປ່ຽນການຢ້ຽມຢາມ, ການພົວພັນ ແລະ ການພົບປະຂັ້ນສູງ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ອົງການ ແລະ ປະຊາຊົນ. ການນຳສອງທ່ານໄດ້ເຫັນດີ
ເປັນເອກະພາບຊຸກຍູ້ການຮ່ວມ
ມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນໃຫ້ເລິກເຊິ່ງ, ພິເສດແມ່ນບັນດາຂົງເຂດຮ່
ວມມືຍຸດທະສາດທີ່ການນຳຂັ້
ນສູງຂອງສອງປະເທດໄດ້ເຫັນ
ດີເປັນເອກະພາບຄື: ກະສິກຳ, ພະລັງງານແສງຕາເວັນ ແລະ ເຕັກໂນໂລຊີຊີວະພາບ-ການ
ຢາ. 2 ຝ່າຍໄດ້ເຫັນດີເປັນເອກະສັນ
ສືບຕໍ່ເພີ່ມທະວີການຮ່ວມມື
ໃນບັນດາຂົງເຂດທີ່ມີທ່
າແຮງ ແລະ ຄວາມສົນໃຈເຊິ່ງກັນ ແລະ ກັນຄື: ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຍຸຕິທຳ, ວິທະຍາສາດ - ເຕັກໂນໂລຢີ, ກໍ່ສ້າງ, ວັດທະນະທຳ, ກິລາ ແລະ ການພົວພັນແລກປ່ຽນປະຊາຊົນ; ສອງຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີ
ການປະສານງານ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັ
ນດາປະເທດ, ພ້ອມທັງເສີມຂະຫຍາຍກຽດສັກສີ ແລະ ທີ່ຕັ້ງຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັ
ນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ 2 ພາກ ແລະ ໃນໂລກ.
ກ່ອນໜ້ານັ້ນ, ກໍ່ໃນຕອນເຊົ້າວັນທີ 1/9, ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ກູບາ Miguel Díaz-Canel Bermúdez ແລະ ພັນລະຍາ Lis Cuesta Peraza ແລະ ຄະນະໄດ້ວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.
ຕອນທຽງວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ໄດ້ເປັນປະທານຮ່ວມງານລ້ຽງຕ້ອນຮັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ Miguel Díaz-Canel Bermúdez ແລະພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກູບາ.