• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢູ່ ລາວ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນແຕ່ວັນທີ 19 – 23 ມັງກອນ ຢູ່ ຮ່າໂນ້ຍ ໄດ້ສຳເລັດຢ່າງຈົບງາມ, ກາຍເປັນຂີດໝາຍສຳຄັນໃນປະຫວັດສາດ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ກໍຄືໃນກະແສປະຫວັດສາດແຫ່ງອະລິຍະທຳນັບພັນປີຂອງຊາດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: VGP/Nhật Bắc)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາວ, ຕອນເຊົ້າວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ, ນະຄອນຂອງ ລາວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນແຕ່ວັນທີ 19 – 23 ມັງກອນ ຢູ່ ຮ່າໂນ້ຍ ໄດ້ສຳເລັດຢ່າງຈົບງາມ, ກາຍເປັນຂີດໝາຍສຳຄັນໃນປະຫວັດສາດ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ກໍຄືໃນກະແສປະຫວັດສາດແຫ່ງອະລິຍະທຳນັບພັນປີຂອງຊາດ ຫວຽດນາມ. ທີ່ກອງປະຊຸມສນກາງພັກຄັ້ງທີ 1, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມ ແລະ ເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ເລຂາທິການໃຫຍ່, ພ້ອມກັນນັ້ນ ກໍ່ເລືອກຕັ້ງ ແລະ ບູລະນະສ້າງບັນດາອົງການນຳພາສຳຄັນຂອງພັກໃຫ້ສົມບູນແບບ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ທີ່ມີກຽດສະງ່າ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ ເພື່ອບັນລຸໄດ້ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

(ແຫຼ່ງຄັດຈາກ VOV)

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນ ລາວ - ຫວຽດນາມ ໃນທຸກຂົງເຂດ.

Top