• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນ ຮ່າໂນ້ຍ ຄັ້ງທີ 18, ອາຍຸການ 2025 – 2030

ອົງຄະນະພັກນະຄອນ ຮ່າໂນ້ຍ ຕ້ອງສ້າງອົງຄະນະພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່ (ພາບ: TTXVN)

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນ ຮ່າໂນ້ຍ ຄັ້ງທີ 18, ອາຍຸການ 2025 – 2030 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ຕຸລາ, ຢູ່ ຮ່າໂນ້ຍ. ເຫດການໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ.. ພ້ອມກັບຜູ້ແທນ 550 ທ່ານທີ່ຕາງໜ້າໃຫ້ສະມາຊິກພັກ ເກືອບ 500.000 ຄົນຂອງ 136 ອົງຄະນະພັກຂຶ້ນກັບຄະນະພັກນະຄອນ ຮ່າໂນ້ຍ.

        ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ອົງຄະນະພັກນະຄອນ ຮ່າໂນ້ຍ ຕ້ອງສ້າງອົງຄະນະພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງກ້າຄິດກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ; ເພື່ອຮັບໃຊ້ປະຊາຊົນ… ທາງນະຄອນຕ້ອງມຸ່ງໄປເຖິງ “ນະຄອນຫຼວງສິວິໄລ - ທັນສະໄໝ - ຍືນຍົງ” ດ້ວຍພູມປັນຍາຍຸກສະໄໝ ແລະ ຂອບຂະໜາດທົ່ວໂລກ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ການພັດທະນານະຄອນຫຼວງ ຮ່າໂນ້ຍ ໃນໄລຍະໃໝ່ ຮຽກຮ້ອງຕ້ອງຫັນໄປສູ່ໂຄງປະກອບ “ຫຼາຍຂົ້ວ, ຫຼາຍໃຈກາງ”. ແຕ່ລະເຂດຂອງນະຄອນຫຼວງຮັກສາພາລະກຳສະເພາະໃນກຸ່ມກ້ອນເປັນເອກະພາບຂອງນະຄອນຫຼວງ: ຈຸດກາງຂອງໃຈກາງຕິດພັນກັບເຂດ ຮ່ວານກຽມ - ບາດິ່ງ, ຮັກສາບົດບາດການເມືອງ, ວັດທະນະທຳ ແລະ ອະນຸຮັກສາມໍລະດົກ; ທິດຕາເວັນຕົກສ່ຽງເໜືອສຸດ, ແຫ່ງມີເຂດເຕັກໂນໂລຊີສູງ ຮ່ວາລາກ, ກາຍເປັນສູນເຕັກໂນໂລຊີສູງ, ສຶກສາ ແລະ ຄົ້ນຄວ້າ; ທາງທິດໃຕ້, ແຫ່ງມີບັນດາເຂດອຸດສາຫະກຳທັນສະໄໝ, ຮັບໜ້າທີ່ logistics, ອຸດສາຫະກຳໜູນຊ່ວຍ, ປຸງແຕ່ງ; ທາງທິດຕາເວັນອອກ ແມ່ນສູນການຄ້າ ແລະ ການບໍລິການ...”

        ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ພັດທະນາ ຮ່າໂນ້ຍ ກາຍເປັນສູນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ. ຜ່ານນັ້ນ, ກໍ່ຍົກສູງທີ່ຕັ້ງຂອງ ຮ່າໂນ້ຍ - ສູນການເມືອງ, ວັດທະນະທຳ, ການສຶກສາ, ເສດຖະກິດທີ່ພົ້ນເດັ່ນຂອງ ຫວຽດນາມ ບົນເວທີສາກົນ.

(ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top