• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສົນທະນາກັບທ່ານປະທານສະພາສູງ ມາເລເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ລັດຖະສະພາ ມາເລເຊຍ ຕັ້ງໜ້າສະໜັບສະໜູນ ແລະ ຊຸກຍູ້ການປະຕິບັດບັນດາທິດທາງຮ່ວມມືທີ່ການນຳ 2 ຝ່າຍໄດ້ເຫັນດີນຳກັນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສົນທະນາກັບທ່ານປະທານສະພາສູງ ມາເລເຊຍ)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ພະຈິກ, ຢູ່ສຳນັກງານລັດຖະສະພາ ມາເລເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະສົນທະນາກັບທ່ານປະທານສະພາສູງ ມາເລເຊຍ Dato’ Awang Bemee Awang Ali Basah.

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ລັດຖະສະພາ ມາເລເຊຍ ຕັ້ງໜ້າສະໜັບສະໜູນ ແລະ ຊຸກຍູ້ການປະຕິບັດບັນດາທິດທາງຮ່ວມມືທີ່ການນຳ 2 ຝ່າຍໄດ້ເຫັນດີນຳກັນ; ພ້ອມກັນນັ້ນກໍ່ກວດກາຄືນ ແລະ ເຈລະຈາບັນດາຂໍ້ຕົກລົງຮ່ວມມືໃໝ່. ທ່ານເລຂາທິການໃຫຍ່ກໍ່ສະເໜີໃຫ້ລັດຖະສະພາ ມາເລເຊຍ ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກຢູ່ ມາເລເຊຍ.

        ສ່ວນທ່ານປະທານສະພາສູງ ມາເລເຊຍ ເນັ້ນໜັກວ່າ, ຈະພ້ອມກັບ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນເລື່ອງຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນສະພາບການໃໝ່.

        ກໍ່ທີ່ການພົບປະສົນທະນາ, ການນຳ 2 ທ່ານໄດ້ແລກປ່ຽນທັດສະນະລວມກ່ຽວກັບຄວາມສຳຄັນຂອງເລື່ອງ ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດໃຫ້ສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ຫຼີກລ່ຽງບັນດາການເຄື່ອນໄຫວທີ່ບໍ່ສອດຄ່ອງກັບກົດໝາຍສາກົນ, ປະຕິບັດ DOC, ເຈລະຈາເພື່ອບັນລຸ COC ຢ່າງມີປະສິດທິພາບ, ປະສິດທິຜົນໂດຍໄວ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top