ວັນທີ 16 ກັນຍາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ ທ່ານ Nikolai Patrusev, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 – 18 ກັນຍາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາທະເລ ລັດເຊຍ ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບການຄົ້ນຄວ້ານະໂຍບາຍທະເລ, ຄົ້ນຄວ້າວິທະຍາສາດທະເລ ແລະ ມະຫາສະໝຸດ, ພັດທະນາລະບົບພື້ນຖານໂຄງລ່າງທະເລ, ບັນດາເສັ້ນທາງຄົມມະນາຄົມຂົນສົ່ງທາງທະເລ; ໜູນຊ່ວຍ ຫວຽດນາມ ໃນການຄຸ້ມຄອງ ແລະ ຂຸດຄົ້ນທະເລແບບຍືນຍົງ, ມີປະສິດທິຜົນ ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ລັດເຊຍ ສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).
ສ່ວນທ່ານ Nikolai Patrusev ຢືນຢັນວ່າ, ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນໃນການສ້າງບັນດາເສັ້ນທາງທະເລສາກົນໃຫ້ສົມບູນແບບ, ໃນນັ້ນນຳໃຊ້ບັນດາທ່າກຳປັ່ນນ້ຳເລິກຂອງ ຫວຽດນາມ ຄືດັ່ງສູນການສາງ.
ເນື່ອງໃນໂອກາດນີ້, ທ່ານ Nikolai Patrusev ໄດ້ປະດັບຫຼຽນກາ “ເພື່ອການຮ່ວມມືໃນຂົງເຂດທະເລ”ໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ.
ໃນວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ ທ່ານ Nikolai Patrusev ເຊັ່ນດຽວກັນ.