• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວ​ໜ້າ​ເສ​ນາ​ທິ​ການໃຫ່​ຍກອງ​ທັບ ປ​ຊ​ຊ ຫວຽດ​ນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ບັນ​ຊາ​ການກອງ​ທັບ ພະ​ບໍ​ລົມ​ວົງ​ສາ​ນຸ​ວົງ Brunei

ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາຕ່າງກໍ່ມີຄວາມສົນໃຈ.
(ພາບ: qdnd.vn)

ຕອນເຊົ້າວັນທີ 17 ກັນຍາ,  ຢູ່ສຳນັກງານກະຊວງປ້ອງກັນປະເທດທີ່ ຮ່າໂນ້ຍ, ທ່ານພົນເອກ ຫງວຽນເຕີນເກືອງ,  ຫົວໜ້າເສນາທິການໃຫ່ຍກອງທັບ ປຊຊ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ດຳເນີນການພົບປະເຈລະຈາກັບທ່ານພົນຈັດຕະວາ Dato Paduka Seri Haji Muhammad Haszaimi Bin Bol Hassan ຜູ້ບັນຊາການກອງທັບ ພະບໍລົມວົງສານຸວົງ Brunei.

   ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາຕ່າງກໍ່ມີຄວາມສົນໃຈ. ທ່ານພົນເອກ ຫງວຽນເຕີນເກືອງ ເນັ້ນໜັກເຖິງບົດບາດສຳຄັນຂອງ ອາຊຽນ ໃນການສ້າງ ແລະ ຮັກສາໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການຮ່ວມມືທີ່ແທດຈິງລະຫວ່າງບັນດາປະເທດສະມາຊິກ, ກໍ່ຄືລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື.

  ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານພົນເອກ ຫງວຽນເຕີນເກືອງ ປາດຖະໜາວ່າ: Brunei ຈະສືບຕໍ່ສົມທົບກັນຊຸກຍູ້ຫຼັກໝັ້ນຂອງ ອາຊຽນ ແມ່ນແກ້ໄຂທຸກບັນຫາບໍ່ລົງລອຍກັນຢູທະເລຕາເວັນອອກໂດຍສັນຕິວິທີ, ສອງຄ່ອງກັບກົດໝາຍສາກົນ, ໃນນັ້ນມີກົວໝາຍວ່າດ້ວຍທະເລປີ 1982 (UNCLOS);  ປະຕິບັດຢ່າງມີປະສິດທິຜົນ ແລະ ຄົບຖ້ວນ ບັນດາຄຳໝັ້ນສັນຍາສາກົນ, ພາກພື້ນ.

  ສ່ວນທ່ານຜູ້ບັນຊາການກອງທັບ Brunei ເຫັນດີໂດຍຖືວ່າ ສອງຝ່າຍສາມາດຄົ້ນຄ້ວາພັດທະນາຕື່ມອີກບັນດາຂົງເຂດຮ່ວມມືໃໝ່ຊື່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ. ປະກອບສ່ວນຊຸກຍຸ້ກ່ວາອີກການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top