• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບຜູ້ແທນຊາວໜຸ່ມກອງທັບ

ວັນທີ 11 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກກອງທັບສູນກາງ ໄດ້ມີການພົບປະກັບຜູ້ແທນດີເດັ່ນ 80 ຄົນທີ່ຕາງໜ້າໃຫ້ຜູ້ແທນກອງທັບ 450 ຄົນມາຮ່ວມກອງປະຊຸມໃຫຍ່ຄັ້ງທີ 10 ຜູ້ແທນຊາວໜຸ່ມກອມມູນິດໂຮ່ຈິມິນກອງທັບອາຍຸການ 2022-2027.
  ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ແທນກອງທັບດີເດັ່ນ 80 ຄົນ  

 ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ: ຊາວໜຸ່ມກອງທັບຕ້ອງຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ຳຮຽນ, ບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ, ນຳໃຊ້ບັນດາຜົນງານວິທະຍາສາດ - ເຕັກໂນໂລຢີເຂົ້າໃນຂົງເຂດການທະຫານ, ເປັນເຈົ້າອາວຸດພາຫະນະເຕັກນິກ; ຄົ້ນຄວ້າ, ປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອປັບປຸງຄຸນນະພາບ ການຝຶກຊ້ອມ, ກຽມພ້ອມສູ້ຮົບ,  ອອກແຮງງານ, ທຳການຜະລິດ ດຳເນີນທຸລະກິດ...; ແມ່ນກຳລັງຫຼັກແຫຼ່ງ, ປະຈັນບານ, ນຳໜ້າໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ, ປະຕິບັດໜ້າທີ່ຂອງກອງທັບຢ່າງມີໄຊ, ພິເສດແມ່ນຢູ່ບ່ອນປະສົບກັບຄວາມຫຍຸ້ງຍາກ ລຳບາກ. ພ້ອມກັນນັ້ນ, ກໍຕັ້ງໜ້າເຂົ້າຮ່ວມວຽກງານການພົວພັນດ້ານປ້ອງກັນປະເທດກັບຕ່າງປະເທດ, ປະກອບ ສ່ວນ ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດກັບປະເທດຕ່າງໆໃຫ້ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ ແລະ ແທດຈິງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top