• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງກວດກາພັກ

ຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ແຫ່ງວັນສ້າງຕັ້ງຂະແໜງກວດກາພັກ  (16/10/1948 – 16/10/2018). 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງກວດກາພັກ (ພາບ:TTXVN)

ເຂົ້າຮ່ວມພິທີມີທ່ານ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານ ເຈິ່ນກວ໊ກເວື້ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກ; ທ່ານນາງ ຜູ້ຮັກສາການປະທານປະເທດ ດັ້ງທິງັອກທິ້ງ. ພ້ອມກັບບັນດາກໍາມະການກົມການເມືອງ, ອະດີດກໍາມະການກົມການເມືອງ, ເລຂາສູນກາງພັກ, ອະດີດເລຂາສູນກາງພັກ; ຜູ້ຕາງໜ້າການນໍາສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ ແລະ ພະນັກງານຂະແໜງກວດກາພັກສະໄໝຕ່າງໆ.

        ກ່າວຄໍາເຫັນທີ່ພິທີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ທ່ານຜູ້ປະຈໍາການຄະນະເລຂາສູນກາງພັກ ເຈິ່ນກວ໊ກເວື້ອງ ຮັບຮູ້, ຕີລາຄາສູງ ບັນດາຜົນງານ ເຊິ່ງຂະແໜງກວດກາຂອງພັກ ບັນລຸໄດ້ໃນ 70 ປີ ຜ່ານມາ. ທ່ານ ເຈິ່ນກວ໊ກເວື້ອງ ກ່າວວ່າ:

        “ຄະນະພັກຂັ້ນຕ່າງໆ, ເປັນຕົ້ນແມ່ນຜູ້ເປັນຫົວໜ້າ ດ້ານໜຶ່ງ ຕ້ອງຈັດຕັ້ງປະຕິບັດວຽກງານກວດກາ, ຕິດຕາມກວດກາ, ປະຕິບັດວິໄນໃນພັກ ໃຫ້ຖືກຕ້ອງຕາມພາລະບົດບາດໜ້າທີ່, ດ້ານອື່ນ ແມ່ນເພີ່ມທະວີການຊີ້ນໍາ-ນໍາພາ, ແນະນໍາຄະນະພັກ, ອົງການຈັດຕັ້ງພັກ ຂັ້ນລຸ່ມ ປະຕິບັດວຽກງານກວດກາ, ແກ້ໄຂສະພາບການທີ່ເກີດຂຶ້ນເປັນຢ່າງດີ,ຖືວຽກງານກໍາແໜ້ນສະພາບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພັກ, ສະມາຊິກພັກເປັນສໍາຄັນ, ເປັນຕົ້ນແມ່ນ ພະນັກງານການນໍາ, ຄຸ້ມຄອງ, ຜູ້ນໍາພາບັນດາຂະແໜງການ,ທ້ອງຖິ່ນຂັ້ນຕ່າງ ເພື່ອພົບເຫັນສະກັດກັ້ນ, ແກ້ໄຂຂໍ້ຂາດຕົກບົກຜ່ອງ, ອ່ອນດ້ອຍ ໂດຍໄວ.”

        ທີ່ພິທີ, ຕາງໜ້າການນໍາພັກ, ລັດ ທ່ານນາງ ຜູ້ຮັກສາການປະທານປະເທດ ດັ້ງທິງັອກທິ້ງ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ອົງການ ຄະນະກໍາມະການກວດກາສູນກາງ ຍ້ອນມີບັນດາຜົນງານດີເດັ່ນ ປະກອບສ່ວນສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top