• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ບົດລາຍງານການເມືອງຕ້ອງແມ່ນກິດຈະກຳເຕົ້າໂຮມພູມປັນຍາສຸດຍອດຂອງພັກ

ອະນຸກຳມະການເອກະສານແມ່ນໜຶ່ງໃນຈຳນວນ 5 ອະນຸກຳມະການໄດ້ສ້າງຂຶ້ນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກ, ຄາດວ່າຈະຈັດຂຶ້ນໃນເດືອນ ມັງກອນ ປີ 2026.
(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ຕອນເຊົ້າວັນທີ 23 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ເປັນປະທານກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເອກະສານກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານປະທານປະເທດ ຫວໍ້ວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ອະນຸກຳມະການເອກະສານແມ່ນໜຶ່ງໃນຈຳນວນ 5 ອະນຸກຳມະການໄດ້ສ້າງຂຶ້ນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກ, ຄາດວ່າຈະຈັດຂຶ້ນໃນເດືອນ ມັງກອນ ປີ 2026. ອະນຸກຳມະການມີໜ້າທີ່ກະກຽມບົດລາຍງານການເມືອງ ແລະ ບົດລາຍງານສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ເພື່ອຍືນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.   

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:  

“ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງນີ້ ຕ້ອງແມ່ນກິດຈະກຳວິທະຍາສາດເຕົ້າໂຮມລະດັບທິດສະດີ, ພູມປັນຍາສຸດຍອດຂອງທົ່ວພັກ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຄາດຫວັງຂອງທັງຊາດ, ສ່ອງແຊງກົດເກນພາວະວິໄສຂອງພຶດຕິກຳຕົວຈິງ, ທ່າອຽງເຄື່ອນໄຫວໃໝ່ຂອງພຶດຕິກຳຕົວຈິງ. ຖືເປັນສຳຄັນການສະຫຼຸບພຶດຕິກຳຕົວຈິງ ແລະ ກຳແໜ້ນທິດສະດີວິທະຍາສາດຢ່າງໜັກແໜ້ນ; ສົມທົບກັນລະຫວ່າງການຄົ້ນຄວ້າທິດສະດີ, ການສະຫຼຸບພຶດຕິກຳຕົວຈິງ ກັບການກຳນົດທິດນະໂຍບາຍ ເພື່ອພົບເຫັນ, ຊອກຫາບັນດາແຜນນະໂຍບາຍ, ໜ້າທີ່, ມາດຕະການແກ້ໄຂ ພວມມີຢູ່ ທີ່ມີພະລັງຊີວິດໃນຕົວຈິງ, ຈາກບັນດາປັດໃຈໃໝ່ໃນຕົວຈິງ, ບັນດາການຂັດແຍ້ງໃນຕົວຈິງ. ເອົາໃຈໃສ່ເຮັດແຈ້ງບັນດາແຜນນະໂຍບາຍ, ນະໂຍບບາຍໃດທີ່ໄດ້ຢັ້ງຢືນໃນຕົວຈິງແມ່ນຖືກຕ້ອງ, ສອດຄ່ອງ, ແລະ ອັນໃດຕ້ອງສືບຕໍ່ປ່ຽນແປງໃໝ່, ເພີ່ມເຕີມ, ພັດທະນາ”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ເອກະສານກອງປະຊຸມໃຫຍ່, ໃນນັ້ນມີບົດລາຍງານການເມືອງ, ແມ່ນຜະລິດຕະພັນຂອງພູມປັນຍາລວມໝູ່, ສະນັ້ນ, ຕ້ອງເສີມຂະຫຍາຍລັກສະນະປະຊາທິປະໄຕ, ເສີມຂະຫາຍພູມປັນຍາລວມໝູ່, ຕ້ອງມີການເຂົ້າຮ່ວມຂອງບັນດາອົງການ, ຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ໝູ່ຄະນະ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການໂຮມນະໂຍບາຍຕ້ອງໄປພ້ອມກັບການຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ

ການໂຮມນະໂຍບາຍຕ້ອງໄປພ້ອມກັບການຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ

ໃນຕົວຈິງ, ພວກເຮົາລ້ວນແຕ່ນຳໃຊ້ງົບປະມານຂອງລັດ. ສະນັ້ນ, ບໍ່ຈຳເປັນຕ້ອງມີກົດໝາຍ 2 ສະບັບ. ຕ້ອງໂຮມ 2 ກົດໝາຍນີ້.

Top