• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຈີນ, ຄະນະຜູ້ແທນຂັ້ນສູງ ກູບາ

ຕອນບ່າຍວັນທີ 27 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຈາວເລືອຈີ, ກຳມະການຄະນະປະຈຳກົມການເມືອງ, ເລຂາຄະນະກຳມະການກວດກາວິໄນສູນກາງພັກກອມມູນິດ ຈີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ຈາວເລືອຈີ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ຝ່າຍ ສືບຕໍ່ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ມີຄວາມຄືບໜ້າທີ່ດີ, ແທດຈິງ, ເຄົາລົບສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລໃຫ້ສົມເຫດສົມຜົນ, ເພີ່ມທະວີນ້ຳໃຈມິດຕະພາບລະຫລ່າງປະຊາຊົນ 2 ປະເທດ ຊຸກຍູ້ການພັດທະນາທີ່ປອດໃສ, ມີສະຖຽນລະພາບຂອງການພົວພັນ ຫວຽດນາມ - ຈີນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ສະເໜີ ບັນດາອົງການທີ່ກ່ຽວຂ້ອງຂອງ 2 ພັກ, 2 ລັດ ເພີ່ມທະວີແບ່ງປັນບົດຮຽນໃນວຽກງານກວດກາ, ຕິດຕາມກວດກາ, ປ້ອງກັນຕ້ານການສໍ້ລາດບັງຫລວງ.

       ສ່ວນທ່ານ ຈາວເລືອຈີ ສະແດງຄວາມປາດຖະໜາວ່າ ການນຳ 2 ພັກ, 2 ລັດຈະສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການ, ທ້ອງຖິ່ນຂັ້ນຕ່າງໆ ໃນນັ້ນມີບັນດາອົງການກວດກາ, ປະຕິບັດວິໄນຂອງ 2 ພັກ, ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາຢ່າງຕັ້ງໜ້າ, ປອດໃສ, ໝັ້ນຄົງຍາວນານໃນໄລຍະຈະມາເຖິງ.

       ແລະກໍ່ໃນຕອນບ່າຍວັນທີ 27 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ກູບາ ໂດຍທ່ານ Roberto Morales Ojeda ກຳມະການກົມການເມືອງ, ຮອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີເປັນຫົວໜ້າຄະນະ, ທີ່ມາເຂົ້າຮ່ວມພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ.

(​ແຫຼ່ງຄັດ​ຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top