ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແບ່ງປັນ 4 ການກຳນົດທິດໃຫຍ່ທີ່ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81
ໃນບົດກ່າວປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ໄດ້ສະເໜີ 4 ການກຳນົດທິດໃຫຍ່. ທີໜຶ່ງແມ່ນ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດບົນພື້ນຖານເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ.
ທີ່ ອາຊີ - ປາຊິຟິກ, ເກືອບ 60 ປີແຫ່ງການພັດທະນາຂອງ ສະມາຄົມປະຊາຊາດແຫ່ງ ອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ສະແດງໃຫ້ເຫັນບັນດາປະເທດອາດສາມາດຫັນຄວາມລະແວງສົງໄສກາຍເປັນຄວາມໄວ້ເນື້ອເຊື່ອໃຈ, ຫັນການແບ່ງແຍກກາຍເປັນການຮ່ວມມື, ຫັນກຳລັງແຮງໜ່ຶງດຽວກາຍເປັນກຳລັງແຮງລວມໝູ່. ທ່ານກ່າວວ່າ:
“ບົນຈິດໃຈນັ້ນ, ຫວຽດນາມ ຢຶດໝັ້ນແກ້ໄຂບັນດາການຂັດແຍ້ງກັນ, ໃນນັ້ນມີທະເລຕາເວັນອອກ, ດ້ວຍມາດຕະການສັນຕິພາບ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຢຶດໝັ້ນປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ ແລະ ສິດພິພາກສາຂອງຕົນ. ທະເລ ແລະ ມະຫາສະໝຸດຕ້ອງແມ່ນຂົງເຂດຂອງສັນຕິພາບ, ການຮ່ວມມື, ເຊື່ອມຕໍ່ ແລະ ພັດທະນາແບບຍືນຍົງ”.
ທີສອງ, ຊຸກຍູ້ການພັດທະນາຢ່າງຍຸຕິທຳ, ມະນຸດສະທຳ, ກວມລວມ ແລະ ຍືນຍົງ. ທີສາມ, ເປັນເຈົ້າການສ້າງການຄຸ້ມຄອງບໍລິຫານເຕັກໂນໂລຊີເພື່ອຄວາມກ້າວໜ້າ, ຮັບໃຊ້ມະນຸດ ແລະ ການພັດທະນາລວມ. ທີສີ່, ປັບປຸງລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງ, ບໍ່ສາມາດປ່ຽນແທນຂອງ ສປຊ. ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວວ່າ:
“ກຳລັງແຮງຂອງ ສປຊ ບໍ່ແມ່ນຢູ່ບ່ອນວ່າ ອາດສາມາດປ່ຽນແທນຄວາມຮັບຜິດຊອບຂອງບັນດາປະເທດໄດ້, ຫາກຍັງແມ່ນອິດທິພົນຊື່ສຽງ ແລະ ຄວາມສາມາດສ້າງຄວາມເຫັນດີເຫັນພ້ອມ, ສ້າງບັນທັດຖານ ແລະ ພັດທະນາກົດຂໍ້ກຳນົດ, ລະດົມຄວາມມານະພະຍາຍາມທົ່ວໂລກ ເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ. ເພື່ອໃຫ້ ສປຊ ປັບຕົວກັບບັນດາການຫັນປ່ຽນຂອງຍຸກສະໄໝ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບ ສປຊ, ພິເສດແມ່ນ ສະມັດຊາໃຫຍ່, ສະພາຄວາມໝັ້ນຄົງ, ຄະນະເລຂາ, ຕາມທິດເພີ່ມທະວີປະສິດທິຜົນ, ບຸລິມະສິດປະຕິຮູບໂຄງປະກອບ, ສ້າງກົງຈັກໃຫ້ກະທັດລັດ, ພ້ອມທັງເສີມຂະຫຍາຍບັນດາທ່າແຮງຂອງອົງການໃນການຜັນຂະຫຍາຍບັນດາໂຄງການດຳເນີນງານທົ່ວໂລກ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດພວມພັດທະນາ”.
ແລະ ກໍ່ໃນວັນດຽວກັນ, ໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 81 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບທ່ານ ອະນຸທິນ ຊານວີຣະກຸນ, ນາຍົກລັດຖະມົນຕີ ໄທ, ທ່ານ Anthony Albanese, ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານ José Ramos-Horta, ປະທານາທິບໍດີ Timor-Leste , ທ່ານ Guy Pamerlin , ປະທານາທິບໍດີ ສະວິດ ແລະ ທ່ານ Alexander Stubb, ປະທານາທິບໍດີ ແຟັງລັງ.
ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ຕາງໜ້າການນຳ ສປຊ ໄດ້ເປັນສັກຂິພິຍານພິທີລົງນາມບັນດາຂ້ໍຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ກັບ ສປຊ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຈະສືບຕໍ່ໜູນຊ່ວຍດ້ານສຳນັກງານໃຫ້ບັນດາອົງການ ສປຊ ປະຈຳ ຫວຽດນາມ ໂດຍບໍ່ເສຍຄ່າ, ພ້ອມທັງຊົມເຊີຍບັນດາອົງການນີ້ ຕັ້ງຫ້ອງການຕາງໜ້າແຫ່ງຊາດ, ພາກພື້ນ ຫຼື ເປັນເຈົ້າພາບຈັດ ບັນດາເຫດການໃຫຍ່ທົ່ວໂລກ ຢູ່ ຫວຽດນາມ.







