ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານ ສປຊ, ທີ່ນິວຢອກ (ປະເທດ ອາເມລິກາ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ມີບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 (UNGA) 81.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມີບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 (UNGA) 81 (ພາບ: VNA))
ໃນບົດກ່າວປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ໄດ້ສະເໜີ 4 ການກຳນົດທິດໃຫຍ່. ທີໜຶ່ງແມ່ນ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດບົນພື້ນຖານເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ.
ທີ່ ອາຊີ - ປາຊິຟິກ, ເກືອບ 60 ປີແຫ່ງການພັດທະນາຂອງ ສະມາຄົມປະຊາຊາດແຫ່ງ ອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ສະແດງໃຫ້ເຫັນບັນດາປະເທດອາດສາມາດຫັນຄວາມລະແວງສົງໄສກາຍເປັນຄວາມໄວ້ເນື້ອເຊື່ອໃຈ, ຫັນການແບ່ງແຍກກາຍເປັນການຮ່ວມມື, ຫັນກຳລັງແຮງໜ່ຶງດຽວກາຍເປັນກຳລັງແຮງລວມໝູ່. ທ່ານກ່າວວ່າ:
“ບົນຈິດໃຈນັ້ນ, ຫວຽດນາມ ຢຶດໝັ້ນແກ້ໄຂບັນດາການຂັດແຍ້ງກັນ, ໃນນັ້ນມີທະເລຕາເວັນອອກ, ດ້ວຍມາດຕະການສັນຕິພາບ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຢຶດໝັ້ນປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ ແລະ ສິດພິພາກສາຂອງຕົນ. ທະເລ ແລະ ມະຫາສະໝຸດຕ້ອງແມ່ນຂົງເຂດຂອງສັນຕິພາບ, ການຮ່ວມມື, ເຊື່ອມຕໍ່ ແລະ ພັດທະນາແບບຍືນຍົງ”.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມີບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 (UNGA) 81 (ພາບ: VNA)
ທີສອງ, ຊຸກຍູ້ການພັດທະນາຢ່າງຍຸຕິທຳ, ມະນຸດສະທຳ, ກວມລວມ ແລະ ຍືນຍົງ. ທີສາມ, ເປັນເຈົ້າການສ້າງການຄຸ້ມຄອງບໍລິຫານເຕັກໂນໂລຊີເພື່ອຄວາມກ້າວໜ້າ, ຮັບໃຊ້ມະນຸດ ແລະ ການພັດທະນາລວມ. ທີສີ່, ປັບປຸງລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງ, ບໍ່ສາມາດປ່ຽນແທນຂອງ ສປຊ. ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວວ່າ:
“ກຳລັງແຮງຂອງ ສປຊ ບໍ່ແມ່ນຢູ່ບ່ອນວ່າ ອາດສາມາດປ່ຽນແທນຄວາມຮັບຜິດຊອບຂອງບັນດາປະເທດໄດ້, ຫາກຍັງແມ່ນອິດທິພົນຊື່ສຽງ ແລະ ຄວາມສາມາດສ້າງຄວາມເຫັນດີເຫັນພ້ອມ, ສ້າງບັນທັດຖານ ແລະ ພັດທະນາກົດຂໍ້ກຳນົດ, ລະດົມຄວາມມານະພະຍາຍາມທົ່ວໂລກ ເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ. ເພື່ອໃຫ້ ສປຊ ປັບຕົວກັບບັນດາການຫັນປ່ຽນຂອງຍຸກສະໄໝ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບ ສປຊ, ພິເສດແມ່ນ ສະມັດຊາໃຫຍ່, ສະພາຄວາມໝັ້ນຄົງ, ຄະນະເລຂາ, ຕາມທິດເພີ່ມທະວີປະສິດທິຜົນ, ບຸລິມະສິດປະຕິຮູບໂຄງປະກອບ, ສ້າງກົງຈັກໃຫ້ກະທັດລັດ, ພ້ອມທັງເສີມຂະຫຍາຍບັນດາທ່າແຮງຂອງອົງການໃນການຜັນຂະຫຍາຍບັນດາໂຄງການດຳເນີນງານທົ່ວໂລກ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດພວມພັດທະນາ”.
ແລະ ກໍ່ໃນວັນດຽວກັນ, ໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 81 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບທ່ານ ອະນຸທິນ ຊານວີຣະກຸນ, ນາຍົກລັດຖະມົນຕີ ໄທ, ທ່ານ Anthony Albanese, ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານ José Ramos-Horta, ປະທານາທິບໍດີ Timor-Leste , ທ່ານ Guy Pamerlin , ປະທານາທິບໍດີ ສະວິດ ແລະ ທ່ານ Alexander Stubb, ປະທານາທິບໍດີ ແຟັງລັງ.
ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ຕາງໜ້າການນຳ ສປຊ ໄດ້ເປັນສັກຂິພິຍານພິທີລົງນາມບັນດາຂ້ໍຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ກັບ ສປຊ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຈະສືບຕໍ່ໜູນຊ່ວຍດ້ານສຳນັກງານໃຫ້ບັນດາອົງການ ສປຊ ປະຈຳ ຫວຽດນາມ ໂດຍບໍ່ເສຍຄ່າ, ພ້ອມທັງຊົມເຊີຍບັນດາອົງການນີ້ ຕັ້ງຫ້ອງການຕາງໜ້າແຫ່ງຊາດ, ພາກພື້ນ ຫຼື ເປັນເຈົ້າພາບຈັດ ບັນດາເຫດການໃຫຍ່ທົ່ວໂລກ ຢູ່ ຫວຽດນາມ.